
ມີນັກກີລາເກືອບ 300 ຄົນ ກຽມເຂົ້າຮ່ວມເຕະບານເຍົາວະຊົນ ຊີງຂັນປະທານສະຫະພັນບານເຕະ ນວ 2019 ຄະນະນຳ, ຄູຝຶກ ແລະ ນັກກີລາ ຮຸ່ນອາຍຸບໍ່ເກີນ 11 ປີ, 13 ປີ ແລະ 16 ປີ ຈາກ 10 ສະໂມສອນ ອ້ອມຂ້າງນະຄອນຫຼວງວຽງຈັນ ເກືອບ 300 ຄົນ ພ້ອມຈະເຂົ້າຮ່ວມຊີງຄວາມເປັນໜຶ່ງ ໃນການແຂ່ງຂັນກີລາເຕະບານຮຸ່ນເຍົາວະຊົນ ຊີງຂັນປະທານສະຫະພັນບານເຕະ ນະຄອນຫຼວງວຽງຈັນ (ນວ) ປະຈຳປີ 2019 ເພື່ອເປັນການສ້າງຂະບວນການຕ້ອນຮັບເປີດສົກຮຽນໃໝ່ 2019-2020 ແລະ ຄັດເລືອກນັກກີລາຮຸ່ນສືບທອດດີເດັ່ນກຽມຕາງໜ້ານະຄອນຫຼວງວຽງຈັນ ເຂົ້າຮ່ວມແຂ່ງຂັນລາຍການຕ່າງໆທັງພາຍໃນ ແລະ ຕ່າງປະເທດ ທີ່ຈະຈັດຂຶ້ນໃນຕໍ່ໜ້ານີ້.
ກອງປະຊຸມເຜີຍແຜ່ກົດລະບຽບການແຂ່ງຂັນ, ຈັບສະຫຼາກ ແລະ ຖະແຫຼງຂ່າວການກຽມພ້ອມຈັດການແຂ່ງຂັນກີລາເຕະບານເຍົາວະຊົນ 3 ຮຸ່ນ ຊີງຂັນທ່ານປະທານສະຫະພັນບານເຕະ ນະຄອນຫຼວງວຽງຈັນ ປະຈຳປີ 2019 ໄດ້ມີຂຶ້ນເມື່ອວັນທີ 28 ສິງຫາ ຜ່ານມາ ທີ່ຫ້ອງປະຊຸມຄະນະກຳມະການໂອແລມປິກແຫ່ງຊາດລາວ, ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ວຽງສະຫວັນ ແສງຈັນ ປະທານສະຫະພັນບານເຕະ ນະຄອນຫຼວງວຽງຈັນ ພ້ອມດ້ວຍຄະນະຮັບຜິດຊອບຈັດການແຂ່ງຂັນ, ຄະນະນຳ, ຄູຝຶກ ແລະ ນັກກີລາຈາກ 10 ພາກສ່ວນ ຕະຫຼອດຮອດບັນດາສື່ມວນຊົນ.
ໂອກາດນີ້, ທ່ານ ວຽງສະຫວັນ ແສງຈັນ ກ່າວວ່າ: ລາຍການນີ້ ຈັດຂຶ້ນ ກໍເພື່ອເປັນການສ້າງຂະບວນຕ້ອນຮັບເປີດສົກຮຽນໃໝ່ 2019-2020 ພ້ອມທັງເປັນການຄັດເລືອກນັກກີລາຮຸ່ນສືບທອດຜູ້ມີພອນສະຫວັນດີເດັ່ນກຽມຕາງໜ້ານະຄອນຫຼວງວຽງຈັນ ສົ່ງເຂົ້າຮ່ວມແຂ່ງຂັນລາຍການຕ່າງໆທັງພາຍໃນ ແລະ ຕ່າງປະເທດ ທີ່ຈະຈັດຂຶ້ນໃນຕໍ່ໜ້ານີ້ ສະນັ້ນ, ເພື່ອເຮັດຂະບວນການແຂ່ງຂັນລາຍການນີ້ ມີຄວາມສົມບູນແບບ ຮຽກຮ້ອງມາຍັງຄະນະຮັບຜິດຊອບຈັດການແຂ່ງຂັນ, ຄະນະນຳ, ຄູຝຶກ ແລະ ນັກກີລາ ຈົ່ງພ້ອມກັນປະກອບສ່ວນຢ່າງຕັ້ງໜ້າເຂົ້າຮ່ວມແຂ່ງຂັນຢ່າງສຸດກົກສຸດປາຍຮູ້ແພ້ຮູ້ຊະນະ ແລະ ຮູ້ໃຫ້ອະໄພເຊິ່ງກັນແລະກັນ ສາມາດເລືອກໄດ້ນັກກີລາທີ່ນອນໃນເປົ້າໝາຍ ກຽມຕາງໜ້ານະຄອນຫຼວງວຽງຈັນ ເຂົ້າຮ່ວມແຂ່ງຂັນເຕະບານເຍົາວະຊົນລະດັບນານາຊາດ ໂດຍສະເພາະແມ່ນລາຍການ ທີ່ທ່ານ ກຽດຕິສັກ ເສນາເມືອງ (ຊິໂກ) ອະດີດນັກກີລາເຕະບານທີມຊາດໄທ ຈະຈັດຂຶ້ນໃນເດືອນພະຈິກນີ້ ແລະ ເຂົ້າຮ່ວມລາຍການຊີງແຊ໋ມເຍົາວະຊົນນານາຊາດ ທີ່ປະເທດຍີ່ປຸ່ນ ໃນປີ 2020. ນອກຈາກນັ້ນ, ຍັງຈະສ້າງໃຫ້ເປັນພື້ນຖານຕາງໜ້ານັກກີລານັກຮຽນ ນະຄອນຫຼວງ ສົ່ງເຂົ້າຮ່ວມແຂ່ງຂັນງານມະຫາກຳກີລານັກຮຽນ ທົ່ວປະເທດ ຈະຈັດຂຶ້ນທີ່ແຂວງສາລະວັນ ຮັບກຽດເປັນເຈົ້າພາບ ໃນປີ 2021 ນີ້ອີກດ້ວຍ.
ໃນພິທີດັ່ງກ່າວ ກໍຍັງໄດ້ມີພິທີຈັບສະຫຼາກແບ່ງສາຍນັກກີລາຈາກ 10 ສະໂມສອນ ຂອງ 3 ຮຸ່ນດັ່ງກ່າວ ຊຶ່ງແຕ່ລະຮຸ່ນມີ 6 ທີມເຂົ້າຮ່ວມ ແລະ ແຕ່ລະຮຸ່ນແບ່ງອອກເປັນ 2 ກຸ່ມ ກໍຄື ກຸ່ມ A ແລະ ກຸ່ມ B ແຕ່ລະກຸ່ມແຂ່ງຂັນພົບກັນໝົດຄັດເອົາທີ 1-2 ຜ່ານເຂົ້າໄປຫຼິ້ນໃນຮອບຕໍ່ໄປ ໂດຍກຳນົດໃຫ້ແຕ່ລະພາກສ່ວນສົ່ງນັກກີລາເຂົ້າຮ່ວມ 25 ຄົນ, ໃນນັ້ນ ຄະນະນຳ ແລະ ຄູຝຶກ 5 ຄົນ ແລະ ນັກກີລາ 20 ຄົນ ສຳລັບຮຸ່ນອາຍຸ 11 ປີ ກຸ່ມ A ມີ ລ໋ອບ ສະເຕດ້ຽມ, ວຽງຈັນ ອາຄາເດມີ ເອັບທີ ແລະ ໄກ່ປ່າ; ກຸ່ມ B ມີ ຕາວັນ ຊີຊີ-55, ປະສານໃຈ ແລະ ນະຄອນຫຼວງວຽງຈັນ. ສ່ວນຮຸ່ນອາຍຸ 13 ປີ ກຸ່ມ A ມີ ດີເຄ, ວຽງຈັນ ອາຄາເດມີ ເອັບທີ, ຕະວັນ ຊີຊີ-55; ກຸ່ມ B ມີ ຈິງໃຈ, ນະຄອນຫຼວງວຽງຈັນ, ທຣາມຟໍເມຊັນ; ຮຸ່ນອາຍຸ 16 ປີ ກຸ່ມ A ທະເວັນຕີຊິກ, ຈິງໃຈ, ນະຄອນຫຼວງວຽງຈັນ; ກຸ່ມ B ປະສານໃຈ, ດີເຄ ແລະ ຈິງໃຈ.
ລາຍການນີ້ ຄາດວ່າ ຈະດຳເນີນເປັນເວລາ 3 ອາທິດ ໃຫ້ສຳເລັດ ແລະ ໃນວັນເສົາທີ 7 ກັນຍາ 2019 ຈະເປີດສາກຂຶ້ນຢ່າງເປັນທາງການ ທີ່ສະໜາມກີລາເຈົ້າອານຸວົງ ໂດຍໄດ້ຮັບການສະໜັບສະໜູນຫຼັກຈາກ ບໍລິສັດ ເອັບບີທີ ປະເທດໄທ, ສູນຈຳໜ່າຍເຄື່ອງກີລາຄົບວົງຈອນ ສະເຕດ້ຽມສະປອດ, ບໍລິສັດ ເອັດພີ ທີ່ປືກສາ-ກວດສອບບັນຊີ ແລະ ທີ່ປືກສາການລົງທຶນ ຈຳກັດ ແລະ ວິສາຫະກິດສ່ວນບຸກຄົນ ຮ້ານ ເອັດທີທີ ບໍລິຫານເຄື່ອງໃຫ້ເຊົ່າ ທີມຊະນະເລີດແຕ່ລະຮຸ່ນ ຈະໄດ້ຮັບຂັນແຊ໋ມ 1 ໜ່ວຍແລະ ຫຼຽນຄຳ, ທີ 2 ຈະໄດ້ຮັບຫຼຽນເງິນ ແລະ ທີ 3 ຈະໄດ້ຮັບຫຼຽນທອງ. ນອກຈາກນັ້ນ, ກໍຍັງມີລາງວັນທີມດີເດັ່ນ ແລະ ລາງວັນນັກເຕະຜູ້ຍິງປະຕູສູງສຸດຂອງແຕ່ລະຮຸ່ນອີກດ້ວຍ.
ຂ່າວ: ສົງການ