
ນະຄອນຫຼວງວຽງຈັນ ສະເໜີ 3 ມາດຕະການ ແກ້ໄຂບັນຫາຄູອາສາສະໝັກທີ່ຍັງເຫຼືອຢູ່ ຊີ້ຕ້ອງໃຊ້ເວລາອີກດົນຈຶ່ງຈະແກ້ໄຂໄດ້ໝົດ.
ອີງຕາມການລາຍງານຂອງວິທະຍຸກະຈາຍສຽງແຫ່ງຊາດລາວ ປັດຈຸບັນ ນະຄອນຫຼວງວຽງຈັນ ມີຄູອາສາສະໝັກທັງໝົດຢູ່ 1,100 ກ່ວາຄົນ, ໃນຂະນະທີ່ພະແນກສຶກສາທິການ ແລະ ກີລາ ນະຄອນຫຼວງວຽງຈັນ ພົບຄວາມຫຍຸ້ງຍາກຫຼາຍໃນການແກ້ໄຂບັນຫານີ້ ແລະ ຄາດວ່າຕ້ອງໃຊ້ເວລາອີກດົນສົມຄວນຈຶ່ງຈະແກ້ໄຂໄດ້.
ທ່ານ ຊົມພູ ແກ້ວປັນຍາ, ຫົວໜ້າພະແນກສຶກສາທິການ ແລະ ກີລາ ນະຄອນຫຼວງວຽງຈັນ ກ່າວວ່າ: ເພື່ອແກ້ໄຂບັນຫາຄູອາສາສະໝັກຢູ່ນະຄອນຫຼວງວຽງຈັນ, ພວກເຮົາໄດ້ປະຕິບັດຕາມ 3 ມາດຕະການສໍາຄັນ ຄື ມາດຕະການທຳອິດແມ່ນສັບຊ້ອນຄູອາສາສະໝັກທີ່ຢູ່ມາດົນແລ້ວໃຫ້ເຂົ້າເປັນລັດຖະກອນຄູໃຫ້ຖືກຕ້ອງຕາມວິຊາທີ່ຮຽນມາ ແລະ ຖືກຕ້ອງຕາມລະບຽບການທຸກຢ່າງຕາມໂຄຕາທີ່ໄດ້ຮັບການແບ່ງປັນຈາກກະຊວງສຶກສາທິການ ແລະ ກີລາ.
ມາດຕະການທີ 2 ແມ່ນ ສໍາລັບຄູອາສາສະໝັກທີ່ຢູ່ມາດົນແຕ່ບໍ່ໄດ້ຮັບການບັນຈຸເຂົ້າເປັນລັດຖະກອນຄູ ແລະ ບໍ່ມີທາງເລືອກແລ້ວຈະໄດ້ລະດົມໃຫ້ບໍາລຸງວິຊາຊີບໃດໜຶ່ງຕາມທີ່ກະຊວງສຶກສາທິການ ແລະ ກີລາ ຈັດຂຶ້ນ; ຫຼັງຈາກບໍາລຸງສໍາເລັດແມ່ນໃຫ້ອອກໄປປະກອບອາຊີບຕາມທີ່ໄດ້ບໍາລຸງມາ ແລະ ມາດຕະການສຸດທ້າຍຄື ລະດົມຄູອາສາສະໝັກໃຫ້ອອກເລີຍຍ້ອນບໍ່ມີໂຄຕາ ແລະ ວິຊາທີ່ຮຽນມາກໍ່ບໍ່ຢູ່ໃນເປົ້າໝາຍໃນການຮັບເຂົ້າເປັນລັດຖະກອນຄູ.
ຫົວໜ້າພະແນກສຶກສາທິການ ແລະ ກີລານະຄອນຫຼວງວຽງຈັນ ກ່າວຕື່ມວ່າ: ການແກ້ໄຂບັນຫາຄູອາສາສະໝັກຢູ່ນະຄອນຫຼວງວຽງຈັນ ໃນໄລຍະຜ່ານມາແມ່ນພົບຄວາມຫຍຸ້ງຍາກຫຼາຍທີ່ສຸດ, ໂດຍສະເພາະ ແມ່ນຂອດການຈັດຕັ້ງປະຕິບັດມາດຕະການທີ 3 ເພາະຄູອາສາສະໝັກທີ່ມີຢູ່ບໍ່ຢາກອອກ ຍ້ອນໄດ້ເຮັດວຽກມາດົນແລ້ວ, ຈຶ່ງເກີດມີການຕໍ່ລອງ ແລະ ຂໍຄວາມເຫັນໃຈຕ່າງໆນາໆ ຈາກພະແນກສຶກສາທິການ ແລະ ກີລານະຄອນຫຼວງວຽງຈັນ ເພື່ອຂໍໂອກາດປະຕິບັດວຽກງານຕໍ່ໄປ, ເນື່ອງຈາກໃນໄລຍະຜ່ານມາ, ຄູອາສາສະໝັກແມ່ນໄດ້ຮັບການອູ້ມຊູຊ່ວຍເຫຼືອຈາກປະຊາຊົນພາຍໃນບ້ານທີ່ກ່ຽວຂ້ອງເປັນຕົ້ນຕໍ ຕາມສະພາບເງື່ອນໄຂຕົວຈິງຂອງແຕ່ລະບ້ານ ເປັນຕົ້ນ: ເຂົ້າກິນ, ເງິນເບ້ຍລ້ຽງຈໍານວນໜຶ່ງ ແລະ ອື່ນໆ, ຊຶ່ງເຮັດໃຫ້ຄູອາສາສະໝັກຫຼາຍຄົນມີຄວາມຜູກພັນກັບໂຮງຮຽນ ກໍ່ຄື ກັບປະຊາຊົນພາຍໃນບ້ານທີ່ກ່ຽວຂ້ອງເປັນຢ່າງດີ.