
ວັນທີ 27 ມັງກອນ 2022 ນີ້ ຜູ້ໃຊ້ເຟສບຸກ souksawan bounmark ໂພສກ່ຽວກັບສາວພອນ ວ່າ: ເຮົາອາດເບິ່ງສາວພອນເປັນໂຕຕະຫຼົກໃນສາຍຕາຄົນອື່ນ ..
ແຕ່ໃນຄວາມຮູ້ສຶກ ດ້ານເລິກໆ ມັນເຕັມໄປດ້ວຍຄວາມກົດດັນ ..ກົດດັນຈາກສຽງອ້ອມຂ້າງກົດດັນຈາກສະພາບແວດລອມຂອງສັງຄົມທີ່ມີມາ ..
ສາວພອນເວົ້າຫຼັງໄມວ່າ : “ບາງຄັ້ງນ້ອງກະຮູ້ສຶກດີທີ່ນ້ອງອ່ານອອກຂຽນໄດ້ພຽງເລັກນ້ອຍ ມັນຈະໄດ້ເຮັດໃຫ້ນ້ອງ ບໍ່ຕ້ອງຮັບຮູ້ ກັບ ຄຳເວົ້າຂອງຄົນທີ່ບໍ່ຮັກເຮົາ”
“ນ້ອງເລືອກທີ່ຈະຮັບຟັງໃນດ້ານຂອງຄົນທີ່ຮັກແລະເປັນFc ເພາະເຂົາເລົ່ານັ້ນຄືກຳລັງໃຈ ສ່ວນຄົນທີ່ບໍ່ຮັກນ້ອງ ນ້ອງກະຂອບໃຈເຂົາຄືກັນ ເພາະເຂົາຄືແຮງຜັກດັນທີ່ເຮັດໃຫ້ເຮົາມາຮອດຈຸດນີ້ຈຸດທີ່ໃຜກະຈົ່ມຫາເປັນຫົວຂໍທີ່ເວົ້າໃນພາເຂົ້າຫຼາຍບ້ານ (ຍິ້ມແບບອາຍໆ ) 👏👏👏 ອ່ະ ..”ສຽບບບບບບບບ”
ແລະ ທ້າຍສຸດສາວພອນລາວເວົ້າວ່າ:
“ຄົນທີ່ດູຖູກເຮົາກະປ່ອຍໃຫ້ເຂົາດູຖູກເຮົາໄປໂລດ ເພາະວ່າ ກວ່າເຮົາຊິມາຮອດຈຸດນີ້ກໍຍ້ອນຄຳດູຖູກຂອງເຂົາ, ເປັນສິ່ງທີ່ດີແລ້ວທີ່ເຂົາດູຖູກເຮົາຄວນຈະຂອບໃຈເຂົາທີ່ເຂົາດູຖູກ”