
ຈົບການປະກວດໄປແລ້ວເມື່ອບໍ່ດົນມານີ້ ແຕ່ກໍເກີດເລື່ອງລາວທີ່ບໍ່ດີຂຶ້ນກັບໜຶ່ງໃນຜູ້ເຂົ້າປະກວດເວທີ Miss Universe Laos 2019 ນັ້ນກໍຄືສາວ ໜິງ – ປາວີນາ ຍົງວົງສຸດທິ ຜູ້ເຂົ້າປະກວດໝາຍເລກ MUL14 ທີ່ຖືກມືດີແຮັກເອົາເຟສບຸກໄປສົ່ງຂໍ້ຄວາມທີ່ສໍ່ໄປທາງເພດຫາຜູ້ຊາຍຄົນອື່ນ.
ເລື່ອງລາວດັ່ງກ່າວຖືກເຜີຍແຜ່ຜ່ານທາງເຟສບຸກຂອງ B’bobby Phanlack ເມື່ອວັນທີ 29 ສິງຫາທີ່ຜ່່ານມາ ເຊິ່ງເປັນຮູບພາບໜ້າຈໍແຊັດທີ່ຜູ້ລັກເອົາເຟສບຸກຂອງສາວໜິງໄປສົ່ງຂໍ້ຄວາມເສຍຫາຍຫາຜູ້ອື່ນ.
ທັງນີ້ໃນຂໍ້ຄວາມດັ່ງກ່າວມີລັກສະນະສື່ໄປທາງເພດ ແລະ ເມື່ອຖືກທ້ວງວ່າຄືແປກໄປ ບໍ່ເຄີຍເຫັນເວົ້າອບບນີ້ມາກ່ອນ ກໍຕອບກັບຕົວະວ່າ ເມົາ. ພ້ອມນີ້ກໍມີການສົ່ງຮູບອະໄວຍະວະສະຫງວນໄປໃຫ້ຜູ້ຊາຍທີ່ແຊັດນຳເບິ່ງອີກດ້ວຍ ແຕ່ມີການລຶບອອກໄປຫຼັງຈາກສົ່ງໄດ້ບໍ່ດົນ.
ຍິ່ງໄປກວ່ານັ້ນ ຜູ້ທີ່ລັກໃຊ້ເຟສບຸກຍັງໄດ້ເພີ່ມໝູ່ໄປຫາໜຸ່ມໄທ ແລະ ສົ່ງຂໍ້ຄວາມຜ່ານທາງແອັບພລິເຄຊັນ LINE ແລ້ວຂໍໃຫ້ໂອນເງິນໃຫ້ນຳ ເຊິ່ງຊື່ບັນຊີທີ່ໂອນໄປແມ່ນ ພອນຄຳ ຫຼວງລາດ (Phonekham Luanglath) ເຊິ່ງບໍ່ແມ່ນຊື່ຂອງສາວໜິງ.
ຈາກເຫດການເສື່ອມເສຍທີ່ເກີດຂຶ້ນ ທາງດ້ານຜູ້ໃຊ້ເຟສບຸກຫຼາຍຄົນໄດ້ແນະນຳໃຫ້ໄປແຈ້ງຄວາມໄວ້ກັບທາງຕຳຫຼວດ ເພື່ອສືບຫາໂຕຜູ້ທີ່ລັກເອົາເຟສບຸກໄປສ້າງຄວາມເສຍຫາຍມາດຳເນີນຄະດີຕາມກົດໝາຍ.