
ທ່ານ ສອນໄຊ ສິດພະໄຊ ຜູ້ວ່າທະນາຄານແຫ່ງ ສປປ ລາວ ໄດ້ລາຍງານຕໍ່ກອງປະ ຊຸມສະໄໝສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ມິຖຸນາ 2022 ວ່າ:
ໃນໄລຍະ5 ເດືອນຕົ້ນປີ 2022 ໄດ້ປະຕິບັດມາດຕະການລົງໂທດຕໍ່ບັນດາຮ້ານແລກປ່ຽນ ທີ່ເຄື່ອນໄຫວ ບໍ່ສອດຄ່ອງ ແລະ ເປັນຫົວໜ້ວຍທຸລະກິດຮ້ານແລກປ່ຽນເງິນຕາທີ່ຜິດກົດໝາຍເຊັ່ນ:
ຖອນໃບອານຸຍາດ, ລະງັບບັນຊີເງິນຝາກ, ປັບໃໝ, ເຮັດບົດບັນທຶກກ່າວເຕືອນ ໄດ້ 137 ຮ້ານ.
ຖອນໃບອະນຸຍາດຮ້ານແລກປ່ຽນເງິນຕາ ທີ່ບໍ່ສາມາດເປັນຕົວແທນ ໃຫ້ທະນາຄານທຸລະກິດໄດ້ທັງໝົດ 101 ຮ້ານ ແລະ ພ້ອມທັງລະດົມມວນຊົນຕ້ານການເຄື່ອນໄຫວທີ່ບໍ່ຖືກຕ້ອງ