
ວັນທີ 17 ມິຖຸນາ 2022 ນີ້, ຢູ່ທີ່ສູນວິທະຍາສາດ ແລະ ວັດທະນະທໍາ ສ ຣັດເຊຍ ປະຈໍາ ສປປ ລາວ, ທ່ານ ດານິລ ອາ ໂວໂດປີອານອບ ເລຂານຸການຕີ ປະຈຳສະຖານທູດ ສ ຣັດເຊຍ ປະຈຳ ສປປ ລາວ ໄດ້ຖະແຫລງກ່ຽວກັບສະຖານະການໃນຢູເຄຣນ ວ່າ: ປັດຈຸບັນ ສະຖານະການໃນປະເທດຢູເຄຣນ ເຫັນວ່າຍັງບໍ່ມີທ່າທີຈະຢຸດຕິລົງ, ສິ່ງອໍານວຍຄວາມສະດວກຕ່າງໆທາງສັງຄົມຈຳນວນຫລາຍໄດ້ຖືກໂຈມຕີ ໂດຍສະເພາະສະຖານທີ່ທາງການແພດ, ສະຖາບັນການສຶກສາ, ສະຖານທີ່ທາງວັດທະນະທໍາ ລວມທັງໂຮງໝໍ ແລະ ໂຮງຮຽນ. ສ່ວນຂະບວນການເຈລະຈາ, ປັດຈຸບັນໄດ້ຖືກຢຸດຕິ ຕາມຄວາມຕ້ອງການຂອງຝ່າຍຢູເຄຣນ.
ທ່ານ ດານິລ ອາ ໂວໂດປີອານອບ ໄດ້ໃຫ້ຮູ້ອີກວ່າ: ຣັດເຊຍ ເອົາໃຈໃສ່ດ້ານມະນຸດສະທຳ ຢູ່ບັນດາເຂດທີ່ປົດປ່ອຍແລ້ວ ແລະ ຊ່ວຍຟື້ນຟູຊີວິດທີ່ສະຫງົບສຸກ, ກະຊວງປ້ອງກັນປະເທດຣັດເຊຍ ປະກາດເປີດແລວທາງມະນຸດສະທຳ ເພື່ອຍົກຍ້າຍພົນລະເຮືອນຢ່າງປອດໄພ ເຊິ່ງກອງທັບຣັດເຊຍ ໄດ້ກອບກູ້ເມືອງ ແລະ ທົ່ງນາ ຈາກລະເບີດບໍ່ທັນແຕກ ໃນດິນແດນທີ່ໄດ້ຮັບການປົດປ່ອຍ, ຊີວິດທີ່ສະຫງົບສຸກໄດ້ຮັບການຟື້ນຟູລວມທັງ ດ້ານເສດຖະກິດ ແລະ ອຸດສາຫະກໍາ, ກໍ່ສ້າງພື້ນຖານໂຄງລ່າງ, ວິສາຫະກິດເລີ່ມດຳເນີນວຽກງານ, ໂຮງຮຽນ ແລະ ໂຮງໝໍໄດ້ຮັບການເປີດຄືນ.