
ວັນທີ 24 ສິງຫາ 2022 ລັດຖະບານຍີ່ປຸ່ນມອບພາຫະນະ ແລະ ອຸປະ ກອນຊ່ວຍເຫຼືອລ້າແກ່ ສປປ ລາວ ພາຍໃຕ້ໂຄງການນອກໂຄງການ ເພື່ອນຳໃຊ້ເຂົ້າໃນວຽກງານຄຸ້ມຄອງໄພພິບັດ ກ່າວມອບໂດຍທ່ານ ໂຄບະຍະຊິ ເຄັນອິຈິ ເອກອັກຄະຣາຊະທູດຍີ່ປຸ່ນປະຈໍາລາວ ກ່າວຮັບໂດຍທ່ານນາງ ໃບຄໍາ ຂັດທິຍະ ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ).
ບໍລິສັດ ຄຣາວ(Crown Agents) ເຊິ່ງເປັນບໍລິ ສັດທີ່ລັດຖະບານຍີ່ປຸ່ນມອບໃຫ້ເປັນຜູ້ຕາງໜ້າລັດຖະບານຍີ່ປຸ່ນ ໃນການຈັດຊື້ພາຫະນະ-ອຸປະກອນກຽມພ້ອມ ແລະ ຕອບໂຕ້ໄພພິບັດພາຍໃຕ້ໂຄງ ການຊ່ວຍ ເຫຼືອນອກໂຄງການ ມູນຄ່າທັງໝົດ 1 ຕື້ເຢນ.
– ມີລົດກະບະໂຟວິນ 20 ຄັນ ພ້ອມອາໄຫລ່ 20 ຊຸດ.
– ລົດໂຮງໝໍ ໂຟວິນ 11 ຄັນ ພ້ອມອາໄຫຼ່ 6 ຊຸດ.
– ລົດບັນທຸກເຄື່ອງຊ່ວຍເຫຼືອ 18 ຄັນ ພ້ອມອາໄຫຼ່ 18 ຊຸດ.
– ລົດໂຟກລິບ 2 ຄັນ ພ້ອມອາ ໄຫຼ່ 2 ຊຸດ.
– ເຕັ້ນຊຸມຊົນ 30 ດາງ ພ້ອມອາໄຫຼ່ 30 ຊຸດ.
– ຜ້າບັດ 200 ຜືນ, ເຕັ້ນຄອບຄົວ 300 ດາງ ພ້ອມອາໄຫຼ່ 300 ຊຸດ.
– ເຮືອກູ້ໄພ 100 ລໍາພ້ອມອາໄຫຼ່ 100 ຊຸດ.
– ຈັກຕິດທ້າຍເຮືອ 100 ຊຸດ.
– ລໍ້ລາກເຮືອ 52 ຄັນ.
– ເຄື່ອງກອງນໍ້າແບບຕິດລົດບັນທຸກ 3 ຄັນ ພ້ອມອາໄຫຼ່ສໍາຮອງ.
– ເຄື່ອງກອງນໍ້າຄົບຊຸດ 2 ຊຸດ.
– ເຄື່ອງກອງນໍ້າແບບຄົວເຮືອນ 300 ອັນ ພ້ອມໄສ້ກອງນໍ້າສໍາຮອງ 600 ຊຸດ.
– ລົດຈັກ 5 ຄັນ.
ບັນດາພາຫະນະ ແລະ ອຸປະກອນ ທີ່ກ່າວມານີ້ມີບາງພາຫະນະ ແລະ ອຸປະກອນ ແມ່ນໄດ້ສໍາເລັດໃນການປະມູນຈັດຊື້ ຈາກລັດຖະບານຍີ່ປຸ່ນ ແລະ ຍັງມີບາງພາຫະນະ ແລະ ອຸປະກອນຈຳນວນໜຶ່ງ ຍັງຢູ່ໃນຂະບວນການປະມູນຈັດຊື້ຂອງລັດຖະບານຍີ່ປຸ່ນ ແລະ ຈະໄດ້ສືບຕໍ່ໃນການຈັດຕັ້ງປະຕິບັດການຈັດຊື້ໃຫ້ສໍາເລັດໃນທ້າຍປີ.
ທີ່ມາ: Lao Natoinal Radio