
ວັນທີ 27 ສິງຫາ 2022 ຜ່ານມານີ້ມີຜູ້ອອກມາໂພສສະແດງຄວາມເສຍໃຈກັບເຫດການເສຍຊີວິດຂອງຊາຍຄົນໜຶ່ງທີ່ເກີດຈາກການໃຊ້ສານເສບຕິດເກີນປະລິມານ ໂດຍການກິນປະສົມເບຍ, ກາເຟ ແລະ ອື່ນໆອີກ.
ຜູ້ໃຊ້ເຟສບຸກອີກຜູ້ໜຶ່ງໂພສວ່າ “ງານແມ່ຕູ້ຍັງບໍ່ແລ້ວ ຍັງມີງານນ້ອງຊາຍມາຕໍ່ ນອນຫຼັບໃຫ້ສະບາຍນ້ອງຊາຍ ຢ່າ RIP ຕອນທີ່ເຂົາຕາຍໄປແລ້ວ ເພາະຕອນປຸງໃຫ້ກັນກິນມີແຕ່ຄົນຄິດວ່າບໍ່ຕາຍ ບາດເຂົາຕາຍລະມາ RIP ແລ້ວຂຽນວ່າບໍ່ຄິດເລີຍ ສະຕິເດີ້ !!!! ໝູ່ຫຼິ້ນກິນນຳກັນຫຼາຍຄົນ ບາດຄົນຊິໄປກະໄປແຕ່ຄົນດຽວ ຄັນບໍ່ອີຕົນຄົນກິນກະອີຕົນພໍ່ແມ່ເຂົາແນ່ ນີ້ແຫຼະໃຜບໍ່ຫລິ້ນກະຢ່າຊວນເຂົາຫຼິ້ນ ເປັນມາມັນຍາກ !!!”
ສະແດງຄວາມເສຍໃຈກັບເຫດການທີ່ເກີດຂຶ້ນຄັ້ງນີ້ດ້ວຍ