
ຕາມຂ່າວຈາກ CRI: ວັນທີ 29 ສິງຫາ 2022 ນີ້ ອົງການ ກອງທຶນເງິນຕາສາກົນ (IMF) ອອກຖະແຫຼງການວ່າ: ຄະນະ ອຳນວຍການ ຂອງ IMF ໄດ້ສຳເລັດ ການກວດກາເສດຖະກິດ ຮອບທີ 7 ແລະ ຮອບທີ 8 ຕໍ່ປາກິດສະຖານ ແລະ ໄດ້ອະນຸຍາດ ສະໜອງສິດຖອນເງິນ ພິເສດ 894 ລ້ານໃຫ້ແກ່ປາກິດສະຖານ ປະມານ 1,17 ຕື້ໂດລາ ສະຫະລັດ.
ນອກນີ້ ຍັງໄດ້ເຫັນດີແກ່ຍາວເວລາແຜນການຊ່ວຍ ເຫຼືອປາກິດສະຖານອອກໄປໜຶ່ງປີ, ແລະ ຈະເພີ່ມສິດຖອນເງິນພິເສດ 720 ລ້ານໂດລາສະຫະລັດ ໃນຍອດມູນຄ່າຊ່ວຍເຫຼືອ, ອີງຕາມ ອັດຕາແລກປ່ຽນ ໃນປັດຈຸບັນແມ່ນປະມານ 940 ລ້ານໂດລາ ສະຫະລັດ.
ສຳລັບປີ 2019, ປາກິດສະຖານ ແລະ IMF ໄດ້ ກ້າວເຖິງຂັ້ນເປັນ ເອກະພາບກັນກ່ຽວກັບແຜນການຊ່ວຍເຫຼືອຕ່າງໆ ມູນຄ່າ 6 ຕື້ໂດລາສະຫະລັດ, ແຕ່ແຜນການ ດັ່ງກ່າວຖືກໂຈະໄວ້ ພາຍຫຼັງປະຕິບັດມາໄດ້ເຄິ່ງໜຶ່ງແລ້ວ.
Cr: ສະໄຫວ ລາດປາກດີ