
ຈາກບົດລາຍງານ ຂອງພະແນກຂົນສົ່ງ ກະຊວງ ໂຍທາທິການ ແລະ ຂົນສົ່ງ ຊີ້ໃຫ້ຮູ້ວ່າ ທົ່ວປະເທດ ມີຜູ້ທີ່ມີໃບຂັບຂີ່ ທັງໝົດ ຮອດປີ 2021 ພຽງແຕ່ 838.717 ຄົນ ຄິດເປັນ 11% ຂອງຈໍານວນປະຊາກອນ ໃນທົ່ວປະເທດ (7.2 ລ້ານ). ໃນນັ້ນ ໃບຂັບຂີ່ ທີ່ເປັນລົດຈັກ ກວມເອົາ 48%, ລົດໃຫຍ່ 8.75% ແລະ ລົດບັນທຸກ 3.19%. ສປປ ລາວ ມີສູນສອບເສັງເອົາໃບຂັບຂີ່ ຢູ່ທຸກແຂວງ ໃນທົ່ວປະເທດ.
💡 ທ່ານຄິດວ່າ ແມ່ນຫຍັງແມ່ນສາເຫດ ໃຫ້ຄົນໄປເສັງໃບຂັບຂີ່ ຍັງໜ້ອຍ ຢູ່ ສປປ ລາວ ?
ທີ່ມາ: Lao Youth Radio