
ວັນທີ 30 ສິງຫາ 2022 ຜ່ານມານີ້ ສື່ທາງອາເມລິກາລາຍງານວ່າ ໂຈ ໄບເດັນ ປະທານາທິບໍດີ ວາງແຜນຈະຂໍສະພາຈາກລັດຄອງເກຣສອະນຸມັດຂາຍອາວຸດໃຫ້ໄຕ້ຫວັນໃນມູນຄ່າ 1,1 ຕື້ໂດລາ ເປັນຂີປະນາວຸດຕໍ່ຕ້ານເຮືອຕາມໜ້ານໍ້າ AGM-84L Harpoon Block II ຈຳນວນ 60 ຊຸດແລະ ລະບົບຂີປະນາວຸດທາງອາກາດ AIM-9X Block II Sidewinder ສຳລັບຕິດອາວຸດເຮືອບິນຂັບໄລ່ F-16 100 ລູກ
ວັນທີ 31 ສິງຫາຜ່ານມາ, ທ່ານຈ້າວລີ້ຈ່ຽນ ໂຄສົກກະຊວງ ການຕ່າງປະເທດຈີນໄດ້ຊີ້ໃຫ້ເຫັນໃນກອງປະຊຸມຖະແຫຼງຂ່າວວ່າ: ຝ່າຍທີ່ກ່ຽວຂ້ອງຂອງອາເມລິກາຄວນຢຸດການສົ່ງສັນຍານອັນຜິດພາດໃຫ້ແກ່ ອິດທິກຳລັງແບ່ງແຍກໄຕ້ຫວັນອອກຈາກປະເທດຈີນເພື່ອການເປັນເອກະລາດ.
ທ່ານຈ້າວລີ້ຈ່ຽນກ່າວເນັ້ນວ່າ: ໃນໂລກນີ້, ປະເທດຈີນມີພຽງປະເທດດຽວເທົ່ານັ້ນ, ໄຕ້ຫວັນແມ່ນພາກສ່ວນໜຶ່ງທີ່ແບ່ງແຍກອອກຈາກປະເທດຈີນບໍ່ໄດ້, ນັບແຕ່ໃດໆມາ, ຈີນກໍເດັດດ່ຽວຄັດຄ້ານອາເມລິກາໄປມາຫາສູ່ກັນແບບທາງການກັບເຈົ້າໜ້າທີ່ໄຕ້ຫວັນ ບໍ່ວ່າໃນຮູບແບບໃດໆ ຫຼື ໃນນາມໃດໆກໍຕາມ.
“ຈີນເຕືອນໃຫ້ຝ່າຍທີ່ກ່ຽວຂ້ອງຂອງອາເມລິກາ ຈົ່ງເຄົາລົບຫຼັກການປະເທດຈີນດຽວ ແລະ ຂໍ້ກຳນົດທີ່ກ່ຽວຂ້ອງທີ່ລະບຸໄວ້ໃນຖະແຫຼງການຮ່ວມ 3 ສະບັບລະຫວ່າງຈີນ-ອາເມລິກາ, ຄວນຢຸດການໄປມາຫາສູ່ກັນແບບທາງການກັບເຈົ້າໜ້າທີ່ໄຕ້ຫວັນ ເຊິ່ງບໍ່ວ່າໃນຮູບແບບໃດໆກໍຕາມ, ຢຸດສົ່ງສັນຍານອັນຜິດພາດໃຫ້ແກ່ອິດທິກຳລັງທີ່ ແບ່ງແບກໄຕ້ຫວັນໃຫ້ເປັນເອກະລາດ. ຈີນຈະນຳໃຊ້ມາດຕະການທີ່ແຂງແຮງ ເພື່ອປົກປັກຮັກສາອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງຕົນຢ່າງເດັດດ່ຽວ”