
ປະເທດລາວມີຄວາມອຸດົມສົມບູນທາງດ້ານຊັບພະຍາກອນທາງທຳມະຊາດ ໃນນໍ້າມີປາ ໃນນາມີເຂົ້າ ແລະ ມີເອກະລັກຢ່າງໜຶ່ງວ່າ “ຄົນລາວກິນເຂົ້າໜຽວ ຈໍ້າປາແດກ”
ປາແດກເປັນວັດທະນະທຳການກິນຮ່ວມໃນໂຊນອຸສາຄະເນນ ຫຼື ປະເທດຕາເປັນອອກສຽງໃຕ້ ໂດຍສະເພາະລາວ, ໄທ, ກຳປູເຈຍ.
ສຳລັບປະເທດລາວຕັ້ງແຕ່ເໜືອຮອດໃຕ້ລ້ວນແຕ່ມີວັດທະນະທຳການກິນປາແດກ, ເກືອບທຸກເມນູອາຫານຕ້ອງໃສ່ປາແດກເຊັ່ນ: ແຈ່ວປາແດກ, ໝົກປາແດກ, ລາບປາແດກ, ແກງໜໍ່, ເອາະຫຼາມ, ຕຳໝາກຫຸ່ງ, ຕຳທຸກໆຕຳຕ້ອງໃສ່ປາແດກ, ປີ້ງໄກ່ທາປາແດກ, ແກງປາ ແລະອື່ນໆອີກຫຼວງຫຼາຍ ເຊິ່ງປາແດກທີ່ໃສ່ອາຫານການກິນນັ້ນລ້ວນແຕ່ເປັນປາແດກທີ່ເຮັດເອງສຳລັບກຸ້ມຄອບຄົວໃຜລາວໂດຍການນຳປາມາຈາກຫ້ວຍນໍ້າໜອງຄອງບຶງທີ່ຫາໄດ້ຕາມລະດູການ.
ມາເຖິງຍຸກປັດຈຸບັນ ປາແດກຖືກຜະລິດເປັນສິນຄ້າ, ກາຍເປັນອຸດສາຫະກຳທາງອາຫານທີ່ມີວາງຈຳໜ່າຍ ໃນແບບສຳເລັດຮູບ ຜູ້ບໍລິໂພກມີຄວາມສະດວກສະບາຍ, ຜູ້ຜະລິດຂາຍມີກຳໄລ ນອກຈາກລາວເຮົາຜະລິດຮ່າຍຕຸກຂາຍແລ້ວ ພວກເຮົາຈະເຫັນບຸກຄົນດັງຂອງໄທອອກມາຜະລິດແບນປາແດກຈຳນວນຫຼາຍແລະ ຖືກສົ່ງໄປຂາຍຢູ່ປະເທດອ້ອມຂ້າງລວມເຖິງລາວເຮົາ.
ເປັນຕາເສົ້າໃຈຫຼາຍທີ່ປາແດກກາຍເປັນສິນຄ້ານຳເຂົ້າສຳລັບຄົນລາວ ເວລາຍ່າງເຂົ້າໄປຕະຫຼາດມັກຈະເຫັນປາແດກທີ່ຮ່າຍຕຸກຂາຍລຽນເຕັມ ແຕ່ເມື່ອຈັບມາເບິ່ງເຫັນແຕ່ປາແດກນຳເຂົ້າໂລດວ່າຊອກາປາແດກລາວບໍ່ເຫັນ.
ບັນຫານີ້ບໍ່ແມ່ນບັນຫາຂີ້ໄກ່ ແຕ່ມັນເປັນບັນຫາໃຫຍ່ລະດັບຊາດ ທີ່ພາກລັດຕ້ອງເຂັ້ມງວດສິນຄ້ານຳເຂົ້າ ເປັນສິນຄ້າຫ້າມນຳເຂົ້າແບບເດັດຂາດ ແລະ ຄົນລາວເຮົາເອງຕ້ອງສຳນຶກຊົມໃຊ້ຂອງຄົນລາວ ສົ່ງເສີມສິນຄ້າລາວເພື່ອສ້າງເສດຖະກິດ ໃຫ້ສົມກັບລາວເຮັດລາວໄດ້ ລາວໃຊ້ລາວຈະເລີນ.