
ວັນທີ 2 ຫາທີ 5 ກັນຍາ 2022, ພົນຕີ ວັນທອງ ກອງມະນີ ຮອງລັດຖະມົນຕີກະຊວງ ປກສ ໄດ້ຢ້ຽມຢາມອົບອຸ່ນຈິດໃຈ, ໃຫ້ກຳລັງໃຈ ພະນັກງານຕຳຫຼວດທີ່ປະສົບເຄາະຮ້າຍໃນລະຫວ່າງປະຕິບັດຫນ້າທີ່ທີ່ເຮັດໃຫ້ມີນາຍຕຳຫຼວດເສຍຊີວິດ 3 ສະຫາຍ ແລະ ບາດເຈັບຈຳນວນໜຶ່ງ ຢູ່ເມືອງວຽງຄຳ ແຂວງຫລວງພະບາງ.
ໂອກາດນີ້ ໄດ້ມອບຫຼຽນພິລະອາດຫານຊັ້ນ I, ເງິນປິ່ນປົວ ໃຫ້ຄອບຄົວນາຍ ແລະ ພົນຕຳຫຼວດທີ່ທີ່ເສຍສະຫຼະເພື່ອປະເທດຊາດ. ພ້ອມທັງຮ່ວມສົ່ງສະການນໍາຄອບຄົວ ແລະ ຍາດພີ່ນ້ອງ ຜູ້ເສຍຊີວິດ ຢ່າງສົມກຽດ.
ຂ່າວ: ປກສ ແຂວງຫຼວງພະບາງ