
ໜຸ່ມລາວ “ກຽງໄກ ຊວ້ານສວນດາວ” ຄວ້າລາງວັນໜຸ່ມຍິ້ມມີສະເໜ່ ເອົາຊະນະໜຸ່ມໆຈາກ 36 ປະເທດທົ່ວໂລກ ທີ່ເຂົ້າຮ່ວມການປະກວດເວທີ Mister Global 2019 ມາຝາກຊາວລາວ.
ການປະກວດຮອບຕັດສິນຂອງເວທີດັ່ງກ່າວມີຂຶ້ນເມື່ອຄໍ່າຄືນວັນທີ 26 ກັນຍາ 2019 ທີ່ຜ່ານມາ ທີ່ບາງກອກ ປະເທດໄທ ໂດຍມີຜູ້ເຂົ້າປະກວດທັງໝົດ 37 ຄົນ ຈາກ 37 ປະເທດ ລວມທັງລາວ.
ທັງນີ້ ກຽງໄກ ຊວ້ານສວນດາວ ຫຼື ອາເລັກ ອາຍຸ 19 ປີ ຕົວແທນຈາກລາວຜູ້ເຊິ່ງໄດ້ຮັບລາງວັນ Mister Charming Smile (ໜຸ່ມຍິ້ມມີສະເໜ໋) ປັດຈຸບັນສຶກສາຢູ່ມະຫາວິທະຍາໄລແຫ່ງຊາດ ຄະນະສະຖາປັດຕະຍະກໍາສາດ ປີ 2 ພາກວິຊາ ວິທະຍາການອາຄານ.
ຂະນະທີ່ຜູ້ທີ່ຊະນະເລີດການປະກວດໃນປີນີ້ແມ່ນ ຈອງ ວູຄິມ ຈາກເກົາຫຼີໃຕ້ ເຊິ່ງຈະປະຕິບັດໜ້າທີ່ ແລະ ກິດຈະກຳຕ່າງໆຂອງກອງປະກວດເປັນເວລາ 1 ປີ ກ່ອນທີ່ຈະມີການປະກວດໃໝ່ອີກຄັ້ງໃນປີໜ້າ.