
ເນລະມິດ ໄຊປັນຍາ ຄວ້າມຸງກຸດ Miss World Laos 2019 ໃນການປະກວດເມື່ອຕອນຄໍ່າຂອງວັນທີ 19 ກັນຍາ 2019 ໄດ້ເປັນຕົວແທນສາວລາວໄປຢືນຢູ່ເທິງເວທີລະດັບໂລກຢູ່ລອນດອນ ປະເທດອັງກິດ ທ້າຍປີນີ້.
ການປະກວດຮອບຕັດສິນຂອງ Miss World Laos 2019 ເພື່ອຄົ້ນຫາຜູ້ຄອງຕຳແໜ່ງຄົນທີ 3 ຂອງລາວ ຈັດຂຶ້ນທີ່ໂຮງແຮມແລນມາກ ແມ່ຂອງ ຣິເວີໄຊ ນະຄອນຫຼວງວຽງຈັນ.
ສາວງາມ 19 ຄົນ ໄດ້ສະແດງຄວາມໝັ້ນໃຈ ແລະ ທັກສະຕ່າງໆຂອງຕົນເອງ ເພື່ອເອົາຊະນະໃຈກຳມະການ ເຊິ່ງຜູ້ທີ່ຊະນະໄດ້ມຸງກຸດໃນປີນີ້ໄປຄອງແມ່ນ ເນລະມິດ ໄຊປັນຍາໄວ 20 ປີ ໝາຍເລກ 01.
ພ້ອມນີ້ ເນລະມິດ ຍັງໄດ້ຮັບລາງວັນ ຂວັນໃຈມະຫາຊົນຈາກ muan.la ອີກດ້ວຍ.
ສ່ວນລາງວັນຮອງອັນດັບ 1 ໄດ້ແກ່ ໝາຍເລກ 18 ປານິດາ ບຸບຜາ ແລະ ຮອງອັນດັບ 2 ໄດ້ແກ່ ໝາຍເລກ 14 ຊະນິຕ້າ ສະແຫວງໂຊກ.
ຫຼັງຈາກນີ້ ສາວຄົນນີ້ຈະໄດ້ກຽມພ້ອມຢ່າງເຂັ້ມຂຸ້ນເພື່ອກຽມຄວາມພ້ອມກ່ອນໄປປະກວດໃນລະດັບໂລກທີ່ບ້ານເກີດຂອງເວທີນີ້ຄື ມະຫານະຄອນລອນດອນ ແຫ່ງປະເທດອັງກິດ ໃນວັນທີ 14 ທັນວາ 2019 ນີ້ ເຊິ່ງຕອນນີ້ມີສາວງາມຈາກ 77 ປະເທດຢືນຢັນທີ່ຈະເຂົ້າຮ່ວມການປະກວດແລ້ວ.