
ສະຫະພັນກິລາດອກປີກໄກ່ແຫ່ງຊາດລາວ ໄດ້ສົ່ງນັກກິລາດອກປີກໄກ່ເຍົາວະຊົນທີມຊາດລາວ ເຂົ້າຮ່ວມການແຂ່ງຂັນລາຍການ Jorakay Junior Badminton Championship 2019 ໃນລະຫວ່າງວັນທີ 25-29 ກັນຍາ 2019 ທີ່ຫ້າງສັບພະສິນຄ້າ Terminal 21 ຈັງຫວັດນະຄອນຣາຊະສີມາ ປະເທດໄທ, ເຊິ່ງທີມລາວສົ່ງນັກກິລາເຂົ້າຮ່ວມ 4 ຄົນ ໂດຍເປັນນັກກິລາມາຈາກ 2 ສະໂມສອນ ຄື: ສະໂມສອນມັນທາຕຸລາດ ແລະ ສະໂມສອນລ້ານຊ້າງ ພາຍໄຕ້ການຄຸມທີມຂອງໂຄ້ຊ ເບຍ ຣັດຕະພົງ ພານຸມາດ ແລະ ໂຄ້ຊ ກ໊ອກ ພັນທະວຸດ ສີສົມເດດ.
ຜົນງານຂອງນັກກິລາເຍົາວະຊົນທີມຊາດລາວ ສາມາດຍາດມາໄດ້ເຖິງ 6 ລາງວັນ ຄື:
- ທ້າວ ມານັດ ເພຍສຸລິນ (ມານັດ) ຍາດໄດ້ ອັນດັບທີ 1 ຊາຍດ່ຽວ 15 ປີ ແລະ ອັນດັບທີ 2 ຊາຍດ່ຽວ 17 ປີ
- ທ້າວ ໄຊຍະສອນ ແກ້ວໄຊ (ອາລິ້ງ) ຍາດໄດ້ ອັນດັບທີ 3 ຊາຍດ່ຽວ 15 ປີ ແລະ ຊາຍດ່ຽວ 17 ປີ
- ນາງ ພຸດສະຫວັນ ດາວປະສິດ (ແຄັດຕີ້) ຍາດໄດ້ ອັນດັບທີ 3 ຍິງດ່ຽວ 15 ປີ ແລະ ອັນດັບທີ 3 ຍິງຄູ່ 17 ປີ (ຄູ່ກັບນັກກິລາຈາກປະເທດໄທ), ຂໍສະແດງຄວາມຍິນດີ ແລະ ຊົມເຊີຍຕໍ່ຜົນງານຂອງນັກກິລາ ແລະ ຄູຝຶກທີມລາວທີ່ຍາດມາໄດ້ໃນຄັ້ງນີ້ດ້ວຍ.