
ສາວ ເມ – ວິຈິດຕາ ພອນວິໄລ Miss Universe Laos 2019 ແລະ ຕູ່ – ໄຜ່ທິດາ ໂພທິສານ Miss International Laos 2019 ໄດ້ຖືກເຊີນເຂົ້າຮ່ວມງານປະກວດນາງສາວໄທ ປະຈຳປີ 2019 ທີ່ຈັດຂຶ້ນເມື່ອວັນທີ 27 ກັນຍາ 2019 ທີ່ບາງກອກ ປະເທດໄທ.
ການເຂົ້າຮ່ວມງານໃນຄັ້ງນີ້ ທັງສອງສາວງາມ ໄດ້ສວມໃສ່ຊຸດຜ້າໄໝທີ່ງົດງາມ ທີ່ເປັນເອກະລັກ ວັດທະນະທຳຂອງປະເທດລາວ ເພື່ອໃສ່ອອກສູ່ສາຍຕາມວນຊົນທັງຫຼາຍ ແລະ ຍັງເປັນການເຜີຍແຜ່ ວັດທະນະທຳຂອງປະເທດຕົນໃຫ້ຄົນທົ່ວໂລກໄດ້ເຫັນໄດ້ຊົມ ແລະ ເປັນທີ່ຮູ້ຈັກກັນຫຼາຍຂຶ້ນ.
ຂະນະທີ່ຜູ້ທີ່ຊະນະເລີດການປະກວດນາງສາວໄທປີນີ້ ເປັນສາວເພສັດຊະກອນຍິງໄວ 25 ປີ ນັ້ນກໍຄື ບິ໊ນ – ສິຣີທອນ ສີອະຣ່າມວັດທະນາ ນັ້ນເອງ.