
ເມື່ອວັນທີ 28 ກັນຍາ 2019 ນີ້ ກັນ ກັນຕະຖາວອນ ແລະ ເສນາລີງ ສົມກຽດ ພິທີກອນຄູ່ຫູຈາກປະເທດໄທ ໃນລາຍການ “I Can see your voice” ທີ່ອອກອາກາດທາງຊ່ອງ “Workpoint” ໄດ້ເດີນທາງມາທ່ຽວຊົມສະຖານທີ່ສຳຄັນ ແລະ ສັກສິດຂອງ ສປປ ລາວ ໂດຍທັງສອງໄດ້ພ້ອມກັນຕັ້ງໃຈມາເຮັດບຸນຢູ່ທີ່ ວັດສີເມືອງ ນະຄອນຫຼວງວຽງຈັນ, ເຊິ່ງເປັນວັດເກົ່າແກ່ ແລະ ມີສິລະປະກໍາທີ່ງົດງາມຂອງປະເທດລາວເຮົາ.
ຈາກນັ້ນ, ຍັງໄດ້ໄປຢ້ຽມຊົມວັດໂຊກໃຫຍ່ ທີ່ເຊື່ອກັນວ່າເປັນວັດບ້ານເກີດຂອງແມ່ສີເມືອງ ອີກດ້ວຍ.
ພ້ອມນັ້ນ ທັງສອງຍັງໄດ້ໃສ່ບາດຕາມຮີດຄອງວັດທະນະທຳຂອງລາວ ດ້ວຍສີໜ້າເບີກບານ, ມີຄວາມສຸກ ແລະ ອີ່ມບຸນອີ່ມໃຈ.