
ປັດຈຸບັນອໍານາດການປົກຄອງແຂວງອັດຕະປື ໄດ້ເປັນເຈົ້າການຮີບຮ້ອນແຈກຍາຍເຄື່ອງບໍລິຈາກ ທີ່ໄດ້ຈາກພາກສ່ວນຕ່າງໆນໍາມາມອບ ເພື່ອໄປມອບໃຫ້ກັບປະຊາຊົນທີ່ໄດ້ຮັບຜົນກະທົບຈາກນໍ້າຖ້ວມໃນຕົ້ນເດືອນກັນຍາ 2019 ຜ່ານມາ. ໃນນັ້ນກໍໄດ້ມີການສໍາຫຼວດເກັບກໍາຄອບຄົວຜູ້ທີ່ໄດ້ຮັບຄວາມເສຍຫາຍໜັກ ແລະ ຂາດເຂີນກ່ອນໝູ່ເພື່ອໃຫ້ການຊ່ວຍເຫຼືອຢ່າງເລັ່ງດ່ວນ. ຂະນະດຽວກັນກໍຍັງສືບຕໍ່ເປີດຮັບບໍລິຈາກການຊ່ວຍເຫຼືອຕ່າງໆ.
ທ່ານ ອຸ່ນຫຼ້າ ໄຊຍະສິດ ຮອງເຈົ້າແຂວງອັດຕະປື, ປະທານຄະນະກໍາມະການປ້ອງກັນ ແລະ ຄວບຄຸມໄພພິບັດໄດ້ໃຫ້ສໍາພາດໃນວັນທີ 2 ຕຸລາ 2019ວ່າ: ສະພາບເກີດອຸທົກ ກະໄພນໍ້າຖ້ວມຢູ່ແຂວງອັດຕະປື ແມ່ນໄດ້ສົ່ງຜົນກະທົບກວມເອົາ 5 ເມືອງ 89 ບ້ານ 15.164 ຄອບ ຄົວ. ມີເຮືອນຊານຂອງປະຊາຊົນໄດ້ຮັບຄວາມເສຍຫາຍຈໍານວນ 34 ຫຼັງ ແລະ ຖືກນໍ້າພັດໄຫຼ 12 ຫຼັງ ແລະ ມີຜູ້ເສຍຊີວິດ 4 ຄົນ ຢູ່ເມືອງສາມັກຄີໄຊ 1 ຄົນ, ຊານໄຊ 3 ຄົນ, ໃນນັ້ນພື້ນຖານໂຄງລ່າງເປັນຕົ້ນຖະໜົນຫົນທາງ, ໂຮງ ຮຽນ, ສາທາບລະນະສຸກ, ເນື້ອທີ່ການຜະລິດ ແລະ ສັດລ້ຽງ ຄາດຄະເນມູນຄ່າເສຍຫາຍທັງໝົດ 82 ຕື້ກວ່າກີບ ໃນນັ້ນມູນຄ່າຄວາມຕ້ອງການໃນການນໍາໄປຊ່ວຍເຫຼືອຟື້ນຟູຄັ້ງນີ້ປະມານ 52 ຕື້ກີບ.