
ໂມເມັ້ນໜ້າຮັກໆຂອງຄູ່ຮັກດາລາວ ສາວລາວບ່າວໄທ “ແອັບເປິ້ນ – ສີສະຫງຽນ ສີຫາລາດ” ແລະ “ຟຸກ – ຈິຣະ ດ່ານບະວອນກຽດ” ທີ່ຝ່າຍຊາຍກົ້ມລົງລູບຕິນໃຫ້ຜູ້ເປັນພັນລະຍາ ເນື່ອງຈາກຕີນບວມ ພ້ອມອອກປາກຫ້າມບໍ່ໃຫ້ຍ່າງຫຼາຍ ແລະ ບໍ່ນວດໃຫ້ເພາະໃກ້ຈະເກີດລູກແລ້ວ.
ໂດຍໜຸ່ມຟຸກ ໄດ້ໂພສວິດີໂອຄລິບສັ້ນໆດັ່ງກ່າວລົງໃນໄອຈີຂອງຕົນເອງເມື່ອບໍ່ດົນມານີ້ ໂດຍໃນຄລິບສາວແອັບເປິ້ນໄດ້ເວົ້າດ້ວຍສຽງອ້ອນສາມີໃຫ້ນວດຕີນໃຫ້ ເນື່ອງຈາກຕີນບວມ ແຕ່ຖືກປະຕິເສດຈາກຝ່າຍຊາຍ ພ້ອມໃຫ້ເຫດຜົນວ່າໃກ້ຈະເກີດລູກແລ້ວຈຶ່ງບໍ່ນວດຕີນໃຫ້ ເພາະຢ້ານເກີດລູກໄວ.
ຂະນະທີ່ບັນດາແຟນຄລັບຕ່າງກໍເຂົ້າມາສະແດງຄວາມເຫັນໃຫ້ກຳລັງໃຈ ພ້ອມທັງກ່າວວ່າຢາກເຫັນໜ້າສາວນ້ອຍທີ່ຈະມືນຕາມາເບິ່ງໂລກໃນໄວໆນີ້ແລ້ວ. ຂະນະທີ່ບາງສ່ວນກໍແນະນຳວິທີບັນເທົາອາການຕີນບວມ ແລະ ຟິນກັບໂມເມັ້ນໜ້າຮັກໆຂອງໜຸ່ມຟຸກທີ່ດູແລສາວແອັບເປິ້ນເປັນຢ່າງດີ.