
ເມື່ອລະຫວ່າງທ້າຍເດືອນກັນຍາຜ່ານມາທີ່ນະຄອນຫຼວງວຽງຈັນ ຄະນະກຳມະການຄຸ້ມຄອງແຫ່ງຊາດເພື່ອການແກ້ໄຂບັນຫາລະ ເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ (ຄຊກລ) ຮ່ວມກັບຫົວໜ້າອົງການສະຫະປະຊາຊາດເພື່ອການພັດທະນາປະຈຳ ສປປ ລາວ ແລະ ເອກອັກຄະລັດຖະທູດແຫ່ງສະຫະລັດອາເມຣິກາປະຈຳ ສປປ ລາວ ຈັດກອງປະຊຸມແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ ເພື່ອຕອບສະໜອງຕໍ່ການພັດທະນາເສດຖະກິດ-ສັງຄົມ ການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ ການລຶບລ້າງຄວາມທຸກຍາກ ແລະ ຍຸດທະສາດແຫ່ງຊາດວ່າດ້ວຍເສັ້ນທາງຄວາມປອດໄພ II ຄຽງຄູກັນນັ້ນ ກໍເປັນໄລຍະທີ່ກຳລັງກະກຽມແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດໄລຍະ 5 ປີ (2020-2025) ແລະ ປຶກສາຫາລືບັນດາບັນຫາຕ່າງໆເພື່ອນຳເອົາເນື້ອໃນດັ່ງກ່າວໄປລາຍງານຕໍ່ກອງປະຊຸມໂຕະມົນທີ່ຈະຈັດຈຂຶ້ນໃນທ້າຍປີ 2019 ນີ້.
ທ່ານ ຄໍາແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ທັງເປັນປະທານ ຄຊກລ ໄດ້ກ່າວວ່າ ວຽກ ງານເກັບກູ້ລະເບີດບໍ່ທັນແຕກຢູ່ ສປປ ລາວ ເປັນວຽກງານໜຶ່ງທີ່ລັດຖະບານກໍຄື ຄະນະກຳມະການຄຸ້ມຄອງແຫ່ງຊາດໄດ້ເອົາໃຈໃສ່ຕະຫລອດມາ ແລະ ເປັນບູລິມະສິດຕົ້ນຕໍຂອງການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໂດຍການສະ ໜັບສະໜູນ ແລະ ຮ່ວມມືຈາກບັນດາຄູ່ຮ່ວມພັດທະນາ ແລະ ອົງການຈັດຕັ້ງສາກົນ ການຈັດຕັ້ງປະຕິບັດໃນໄລຍະ 1 ປີທີ່ຜ່ານມາໄດ້ມີຜົນສໍາເລັດຫຼາຍດ້ານໃນການແກ້ໄຂບັນຫາລະເບີດບໍ່ທັນແຕກ ຊຶ່ງປະກອບດ້ວຍການປຶກສາຫລືເພື່ອປັບປຸງຍຸດທະສາດ ແລະ ແຜນໄລຍະຍາວຂອງວຽກງານໂຄສະນາຜົນຮ້າຍຈາກລູກລະເບີດບໍ່ທັນແຕກ ການສຳຫຼວດ ແລະ ກວດກູ້ ໂດຍສະເພາະແມ່ນແຜນບູລິມະສິດ 2020 ແລະ ການຊ່ວຍເຫຼືອຜູ້ທີ່ຖືກເຄາະຮ້າຍ.
ນັບແຕ່ປີ 2018 ເຖິງປັດຈຸບັນ ອົງການປະຕິບັດງານສາມາດກວດກູ້ລະເບີດບໍ່ທັນແຕກໄດ້ປະມານ 11.000 ເຮັກຕາ ໃນນັ້ນເປັນເນື້ອທີ່ກະສິກໍາ 6.636 ເຮັກຕາ ສາມາດທໍາລາຍລະເບີດໄດ້ທັງໝົດ 162.654 ໜ່ວຍ ໃນນັ້ນ ບົມໃຫຍ່ 235 ໜ່ວຍ ບົມບີ່ 130.445 ໜ່ວຍ ມິນ 55 ໜ່ວຍ ແລະ ລະເບີດຊະນິດອື່ນໆ 31.919 ໜ່ວຍ ການສໍາຫຼວດທີ່ບໍ່ແມ່ນວິຊາການສາມາດປະຕິ ບັດໄດ້ 710 ບ້ານ ໃນນັ້ນ ສາມາດສໍາຫຼວດວິຊາການໄດ້ 48.600 ກວ່າເຮັກຕາ ແລະ ສາມາດຢັ້ງຢືນເປັນພື້ນທີ່ອັນຕະລາຍໄດ້ 34.000 ກວ່າເຮັກຕາ ນອກຈາກນັ້ນ ອົງການປະຕິບັດງານຍັງໄດ້ຈັດການໂຄສະນາຜົນຮ້າຍຈາກ ລບຕ ໃຫ້ກັບບັນດາບ້ານເປົ້າ ໝາຍຈຳນວນຫຼາຍຄັ້ງ ຊຶ່ງໄດ້ມີຜູ້ສົນໃຈເຂົ້າຮ່ວມທັງໝົດເກືອບ 4 ແສນຄົນ ມີອຸບັດເຫດທີ່ເກີດຈາກ ລບຕ ຈໍານວນ 22 ຄັ້ງ ມີຜູ້ຖືກເຄາະຮ້າຍທັງໝົດ 31 ຄົນ ບາດເຈັບ 26 ຄົນ ແລະ ເສຍຊີວິດ 5 ຄົນ ພ້ອມນີ້ ຍັງໄດ້ພະຍາຍາມຊີ້ນໍາໃຫ້ບັນດາອົງການປະ ຕິບັດງານແກ້ໄຂບັນຫາລະເບີດບໍ່ທັນແຕກຂອງລາວ ແລະ ຕ່າງປະເທດໃຫ້ໄດ້ປະສິດທິຜົນ ແລະ ສອດຄ່ອງກັບມາດຕະຖານແຫ່ງຊາດ.
ໂດຍ: ດອກຕາເວັນ