
ໂອກາດເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ ຂອງອົງການສະຫະປະຊາຊາດ (ສປຊ) ສະໄໝທີ 74 ທີ່ນິວຢອກ ສະຫະລັດອາເມລິກາ, ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕາງໜ້າໃຫ້ລັດຖະບານລາວຍື່ນສານເຂົ້າຮ່ວມເປັນພາຄີສົນທິສັນຍາສະຫະປະຊາຊາດ ວ່າດ້ວຍສັນຍາຊື້-ຂາຍສິນຄ້າລະຫວ່າງປະເທດ ແລະ ຍື່ນສານໃຫ້ສັດຕະຍາບັນຕໍ່ສົນທິສັນຍາ ວ່າດ້ວຍການເກືອດຫ້າມອາວຸດນິວເຄຼຍ ໃຫ້ແກ່ທ່ານ Miguel de Serpa Soares ຮອງເລຂາທິການໃຫຍ່ ສປຊ ຜູ້ຮັບຜິດຊອບວຽກງານກົດໝາຍ ທັງເປັນທີ່ປຶກສາທາງດ້ານກົດໝາຍຂອງອົງການ ສປຊ ໃນວັນທີ 24 ແລະ 26 ກັນຍາ 2019 ຕາມລຳດັບ.
ສົນທິສັນຍາສະຫະປະຊາຊາດ ວ່າດ້ວຍສັນຍາ ຊື້-ຂາຍສິນຄ້າລະຫວ່າງປະເທດ ມີຈຸດປະສົງເພື່ອກຳນົດລະບຽບການ ຊື້-ຂາຍ ສິນຄ້າລະ ຫວ່າງປະເທດ ລວມທັງພັນທະຂອງຜູ້ຊື້-ຜູ້ຂາຍ ປັດຈຸບັນ ມີປະເທດເຂົ້າເປັນພາຄີທັງໝົດ 89 ປະເທດ ເນື່ອງຈາກເປັນໂອກາດດີໃຫ້ບັນດາປະເທດພາຄີສາມາດນຳໃຊ້ບົດບັນຍັດພາຍໃຕ້ສົນທິສັນຍາດັ່ງກ່າວເປັນພື້ນຖານ ແລະ ເປັນບ່ອນອີງໃນການເຮັດສັນຍາຊື້-ຂາຍລະຫວ່າງປະເທດ ເຊິ່ງຈະຫຼຸດຜ່ອນຄວາມຫຍຸ້ງຍາກ ແລະ ຄວາມສ່ຽງໃນການເລືອກໃຊ້ກົດໝາຍ ຫຼື ສັນຍາທີ່ບໍ່ເປັນມາດຕະຖານດຽວກັນລະຫວ່າງ ຜູ້ຊື້-ຜູ້ຂາຍ ນອກນັ້ນ ຈະເຮັດໃຫ້ລາວເຮົາປັບປຸງລະບົບກົດໝາຍຂອງຕົນໃຫ້ເປັນສາກົນຫຼາຍຂຶ້ນ ດ້ວຍການນຳໃຊ້ມາດຕະຖານດຽວກັນຂອງຄູ່ສັນຍາ ໂດຍສະເພາະ ປັດຈຸບັນທີ່ລາວຍັງບໍ່ທັນມີກົດໝາຍສະເພາະກ່ຽວກັບການຊື້-ຂາຍລະຫວ່າງປະເທດ ເປັນຕົ້ນ ດ້ານສິດ ແລະ ພັນ ທະຂອງຄູ່ຄ້າທີ່ຢູ່ຄົນລະປະເທດ ລວມທັງກົນໄກໃນການແກ້ໄຂຂໍ້ຂັດແຍ່ງກ່ຽວກັບການຊື້-ຂາຍລະຫວ່າງປະເທດ.
ສົນທິສັນຍາວ່າດ້ວຍການເກືອດຫ້າມອາວຸດນິວເຄຼຍ ຈຸດປະສົງຫຼັກ ເພື່ອເກືອດຫ້າມອາວຸດນິວເຄຼຍ ຄື ຫ້າມບໍ່ໃຫ້ມີການພັດທະນາ, ທົດລອງ, ຜະລິດ, ຄອບຄອງ, ສະສົມ, ສົ່ງຕໍ່, ຮັບເອົາ ຫຼື ນຳໃຊ້ຢູ່ໃນດິນແດນຂອງຕົນ ການໃຫ້ສັດຕະຍາບັນສົນທິສັນຍາດັ່ງກ່າວຂອງລາວເຮົາ ສະແດງໃຫ້ເຫັນເຖິງຄວາມໝາຍໝັ້ນທາງດ້ານການເມືອງອັນສະເໝີຕົ້ນສະເໝີປາຍ ທີ່ຢາກສ້າງໃຫ້ໂລກນີ້ປອດອາວຸດນິວເຄຼຍ ກໍຄື ເປັນການປະກອບສ່ວນສະໜັບສະໜູນຄວາມພະຍາຍາມຂອງວົງຄະນາຍາດສາກົນ ກ່ຽວກັບການເກືອດຫ້າມ ແລະ ການລຶບລ້າງອາວຸດນິວເຄຼຍທີ່ເປັນໄພຂົ່ມຂູ່ອັນຮ້າຍແຮງຕໍ່ມວນມະນຸດໃນໂລກ.