
ເມື່ອວັນທີ 13 ທັນວາຜ່ານມາທີ່ສູນການຮ່ວມມືສາກົນ ແລະ ຝຶກອົບຮົມ (ICTC) ນະຄອນຫຼວງວຽງຈັນ, ທ່ານ ບຸນຍັງ ວໍລະຈິດ ປະທານປະເທດແຫ່ງ ສປປ ລາວ ໄດ້ໃຫ້ກຽດໂອ້ລົມຕໍ່ກອງປະຊຸມວຽກງານການຕ່າງປະເທດ ຄັ້ງທີ 14 ພາຍໃຕ້ຄຳຂວັນ “ການທູດປ້ອງກັນປະເທດ ແລະ ບຸກທະລຸເພື່ອປົກປັກຮັກສາ ແລະ ພັດທະນາປະເທດຊາດ ເພື່ອເພີ່ມປະສິດທິພາບການຈັດຕັ້ງປະຕິບັດຜົນການເຄື່ອນໄຫວການຕ່າງປະເທດໃຫ້ປາກົດຜົນເປັນຮູບປະທຳ”, ທ່ານປະທານປະເທດໄດ້ສະແດງຄວາມຍ້ອງຍໍຊົມເຊີຍ, ຕີລາຄາສູງຕໍ່ຜົນສຳເລັດຂອງວຽກງານການຕ່າງປະເທດໄລຍະ 3 ປີ ຜ່ານມາ, ພ້ອມທັງເສີມຂະຫຍາຍຈຸດດີ, ແກ້ໄຂຂໍ້ຄົງຄ້າງ ເພື່ອເຮັດໃຫ້ວຽກງານໃນແຕ່ລະດ້ານມີຜົນສຳເລັດ, ຕ້ອງມີການປະສານສົມທົບກົມກຽວລະຫວ່າງກະຊວງ ອົງການຈັດຕັ້ງທູດຢູ່ຕ່າງປະເທດໃຫ້ມີຄວາມອ່ອນໂຍນແຕ່ບໍ່ອ່ອນແອ.
ໂອກາດດັ່ງກ່າວ, ທ່ານ ບຸນຍັງ ວໍລະຈິດ ໄດ້ເນັ້ນໃຫ້ຂະແໜງການຕ່າງປະເທດເພີ່ມທະວີເອົາໃຈໃສ່ຈັດຕັ້ງປະຕິບັດຍຸດທະສາດ “ເພີ່ມມິດຫຼຸດຜ່ອນສັດຕູ” ໂດຍມີການພົວພັນຮ່ວມມືລະຫວ່າງບັນດາບັນດາທູດປະເທດເພື່ອນມິດໃຫ້ມີຄວາມສະໜິດແໜ້ນກົມ ກຽວກັນ ແລະ ຍາດແຍ່ງເອົາການຊ່ວຍເຫຼືອສະໜັບສະໜູນຈາກຕ່າງປະເທດ, ເພີ່ມທະວີຈັດຕັ້ງຜັນຂະຫຍາຍຂໍ້ຕົກລົງຕ່າງໆທີ່ໄດ້ເຊັນຂໍ້ຕົກລົງກັບບັນດາປະເທດໃຫ້ມີໝາກຜົນ, ເສີມຂະຫຍາຍວຽກງານການຕ່າງປະເທດໃຫ້ກວ້າງຂວາງ, ສືບຕໍ່ປະບັດແນວທາງເປັນເອກະລາດສັນຕິພາບ ປະຊາຕິປະໄຕ ຕາມແນວທາງການຕ່າງປະເທດຢ່າງສະເໝີຕົ້ນສະເໝີປາຍ, ເພີ່ມທະວີການພົວພັນຮ່ວມມືກັບປະເທດເພື່ອນມິດຍຸດທະສາດ ໂດຍສະເພາະ ສສ ຫວຽດນາມ ແລະ ເສີມຂະຫຍາຍຍຸດທະສາດການຮ່ວມມືໃຫ້ໝັ້ນຄົງຍາວນານ “ລາວ-ຈີນ” ຕາມທິດ “4 ດີ” ໃຫ້ເກີດດອກອອກຜົນໃນແຕ່ລະດ້ານ, ເພີ່ມທະວີເຄື່ອນໄຫວໃນອາຊຽນ ແລະ ຍົກລະດັບການຮ່ວມມືກັບບັນດາປະເທດເພື່ອນມິດ ເປັນຕົ້ນແມ່ນທາງດ້ານການເມືອງ, ເສດຖະກິດ-ສັງຄົມ ບົນພື້ນຖານຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ, ສູ້ຊົນແກ້ໄຂບັນຫາຊາຍແດນບັນດາປະເທດໃກ້ຄຽງດ້ວຍສັນຕິວິທີ, ສືບຕໍ່ວຽກງານປັກຫລັກໝາຍໃຫ້ສຳເລັດ ແລະ ສ້າງຊາຍແດນແຫ່ງມິດຕະພາບ ແລະ ການຮ່ວມມື.
ພ້ອມນີ້, ທ່ານປະທານປະເທດຍັງໄດ້ຮຽກຮ້ອງໃຫ້ທຸກຂະແໜງການຕ້ອງໃຫ້ການຮ່ວມມືຢ່າງເອົາຈິງເອົາຈັງກັບກະຊວງການຕ່າງປະ ເທດຍາດແຍ່ງທຶນການຊ່ວຍເຫຼືອຈາກຕ່າງປະເທດ, ພົບປະຮ່ວມມືກັບບັນດາປະເທດເພີ່ມທະວີວຽກງານການຄຸ້ມຄອງວຽກງານການຕ່າງປະເທດໃຫ້ຖືກຕ້ອງ ໂດຍສະເພາະວຽກງານຜ່ານປະຕູດຽວເພື່ອເຮັດໃຫ້ວຽການການຕ່າງປະເທດມີຄວາມຖືກຕ້ອງ, ເອົາ ໃຈໃສ່ວຽກງານພົວພັນກັບຕ່າງປະເທດຢູ່ສູຸນກາງ ແລະ ທ້ອງຖິ່ນໃຫ້ກວ້າງຂວາງ, ເອົາໃຈໃສ່ພິເສດໃນການຄຸ້ມຄອງບັນດາອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານທີ່ຈັດຕັ້ງປະຕິບັດຢູ່ບັນດາທ້ອງຖິ່ນເພື່ອຫຼີກເວັ້ນປາກົດການຫຍໍ້ທໍ້ທີ່ອາດຈະເກີດຂຶ້ນໃນສັງຄົມ ແລະ ເອົາໃຈໃສ່ໂຄສະນາເຜີຍແຜ່ວຽກງານການຕ່າງປະເທດໃຫ້ໄປໃນລ່ວງດຽວກັນ, ຕ້ານການໂຄສະນາເຜີຍຂ່າວປອມຈາກກຸ່ມຄົນທີ່ບໍ່ຫວັງດີສ້າງຄວາມປັ່ນປ່ວນຕໍ່ສັງຄົມທີ່ມີຜົນກະທົບຕໍ່ການຈັດຕັ້ງຂອງພັກ-ລັດ.
ໂດຍ: ດອກຕາເວັນ