
ກະຊວງສຶກສາທິການ ແລະ ກີລາ (ສສກ) ແລະ ອົງການບັນເທົາທຸກກາໂຕຼລິກປະຈຳລາວ ໄດ້ປຶກສາຫາລືການມອບໂອນໂຄງການອາຫານທ່ຽງໃນໂຮງຮຽນທີ່ອົງການດັ່ງກ່າວໄດ້ຈັດຕັ້ງປະຕິບັດຢູ່ 7 ເມືອງຂອງແຂວງສະຫວັນນະເຂດ, ຊຶ່ງໄດ້ໃຫ້ການຊ່ວຍເຫຼືອ ໂຮງຮຽນທີ່ຕັ້ງຢູ່ໃນຊົນນະບົດ ແລະ ເຂດຫ່າງໄກສອກຫຼີກ, ເມື່ອບໍ່ດົນມານີ້ທີ່ສໍານັກກະຊວງສຶກສາທິການ ແລະ ກີລາ, ທ່ານ ຮສ.ປອ ພຸດ ສິມມາລາວົງ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ ໄດ້ໃຫ້ກຽດຕ້ອນຮັບການເຂົ້າພົບປະຂອງທ່ານ ນາງ ໂຮນລີ ແຄນຕູບາ ຫົວຫນ້າອົງການບັນເທົາທຸກກາໂຕລິກ ປະຈຳ ສປປ ລາວ, ພ້ອມດ້ວຍຄະນະ, ໂດຍມີຄະນະຮັບຜິດຊອບວຽກງານກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມຢ່າງພ້ອມພຽງ.
ການເຂົ້າພົບປະຄັ້ງນີ້, ແມ່ນເພື່ອເປັນການປຶກສາຫາລືກ່ຽວກັບການມອບໂອນໂຄງການອາຫານທ່ຽງໃນໂຮງຮຽນທີ່ອົງການບັນເທົາທຸກກາໂຕຣລິກ ປະຈໍາ ສປປ ລາວ ຈັດຕັ້ງປະຕິບັດຢູ່ທີ່ 7 ເມືອງ ໃນແຂວງສະຫວັນນະເຂດ ປະກອບມີ ເມືອງອາດສະພອນ, ອຸທຸມພອນ, ພະລານ, ພິນ, ວິລະບູລີ, ເຊໂປນ ແລະ ເມືອງນອງ, ຊຶ່ງອົງການດັ່ງກ່າວໄດ້ໃຫ້ການຊ່ວຍເຫຼືອເລີ່ມແຕ່ປີ 2013 ເປັນຕົ້ນມາ ໂດຍສະເພາະໃນໂຮງຮຽນທີ່ຕັ້ງຢູ່ໃນຊົນນະບົດ ເຂດຫ່າງໄກສອກຫຼີກ. ນອກຈາກການຊ່ວຍເຫຼືອດ້ານອາຫານແລ້ວ ທ່ານຍັງໄດ້ສົ່ງນັກວິຊາການມາສ້າງຄວາມເຂັ້ມແຂງກ່ຽວກັບການຄຸ້ມຄອງ ແລະ ບໍລິຫານອາຫານທ່ຽງໃນໂຮງຮຽນໃຫ້ແກ່ຜູ້ບໍລິຫານລະດັບຂັ້ນກະຊວງ, ຂັ້ນແຂວງ, ຂັ້ນເມືອງ ແລະ ຊຸມຊົນອີກດ້ວຍ, ໂດຍໂຄງການດັ່ງກ່າວແມ່ນພາຍໃຕ້ການສະໜັບສະໜຸນຂອງກະຊວງກະສິກຳ ປະເທດສະຫະລັດອາເມລິກາ ແລະ ກະຊວງສຶກສາທິການ ແລະ ກີລາ ຂອງ ສປປ ລາວ ໄດ້ມີການຮ່ວມມືກັບ ອົງການບັນເທົາທຸກກາໂຕລິກ ປະຈຳ ສປປ ລາວ. ສຳລັບໃນຕໍ່ໜ້າ ອົງການບັນເທົາທຸກກາໂຕລິກ ປະຈຳ ສປປ ລາວ ກໍກະກຽມມອບໂອນວຽກງານອາຫານທ່ຽງ ໃນ 7 ເມືອງ ຂອງແຂວງສະຫວັນນະເຂດມາໃຫ້ລັດຖະບານຄຸ້ມຄອງ ບໍລິຫານເອງ, ການມອບໂອນກໍຈະໄດ້ດຳເນີນເປັນຂັ້ນຕອນ ແລະ ຈະມີການຄົ້ນຄວ້າ ວິເຄາະ ແລະ ການກຽມຄວາມພ້ອມຝ່າຍຂອງລັດຖະບານ, ຄຽງຄູ່ກັນນັ້ນ ຜູ້ໃຫ້ທຶນຕ່າງໆຍັງຈະສືບຕໍ່ສະໜັບສະໜຸນກິດຈະກຳຕ່າງໆ ໂດຍສະເພາະການສ້າງຂີດຄວາມສາມາດໃຫ້ແກ່ພະນັກງານຂອງລັດຖະບານຕື່ມອີກ.
(ສາຍເຜືອກ)