
ໃນປັດຈຸບັນສັງເກດເຫັນວ່າມີບຸກຄົນບໍ່ຫວັງດີໄດ້ເຄື່ອນໄຫວໂຄສະນາຜ່ານທາງສື່ຕ່າງໆຊຶ່ງເຮັດໃຫ້ທົ່ວສັງຄົມກໍຄືພໍ່ແມ່ປະຊາຊົນເກີດຄວາມເຂົ້າໃຈຜິດຕໍ່ແນວທາງນະໂຍບາຍຂອງພັກ-ລັດກໍຄືກະຊວງສຶກສາທິການ ແລະ ກີລາ, ກ່ຽວກັບກັບໂຄສະນາລະດົມຊອກເອົາຄົນໄປຮຽນຕໍ່ຕ່າງປະເທດ ເປັນຕົ້ນແມ່ນໄປຮຽນຕໍ່ຢູ່ ສປ ຈີນ, ໂດຍອ້າງວ່າເປັນທຶນຂອງລັດຖະບານ. ທັງນີ້ ເພື່ອເຮັດໃຫ້ທຸກພາກສ່ວນໄດ້ເຂົາໃຈ ແລະ ມີສະຕິຕໍ່ພວກທີ່ບໍ່ຫວັງດີ ກະຊວງສຶກສາທິການ ແລະ ກີລາ ຈຶ່ງຂໍແຈ້ງມາຍັງທ່ານຜູ້ປົກຄອງນັກຮຽນ-ນັກສຶກສາ ແລະ ປະຊາຊົນລາວທົ່ວປະເທດຊາບວ່າ: ສຳລັບທຶນການສຶກສາຂອງລັດຖະບານ ສປ ຈີນ ທີ່ມອບໃຫ້ແກ່ລັດຖະບານ ສປປ ລາວ ໃນສົກຮຽນ 2020-2021 ຝ່າຍຈີນຍັງບໍ່ທັນໄດ້ແຈ້ງເປັນທາງການມາໃຫ້ຝ່າຍລາວ, ແຕ່ມີບາງບໍລິສັດໄດ້ອອກແຈ້ງໂຄສະນາຜ່ານທາງສື່ໄປແລ້ວຊຶ່ງນັ້ນຖືວ່າບໍ່ມີຄວາມໜ້າເຊື່ອຖື.
ຜ່ານການຕິດຕາມສະພາບຂອງນັກສຶກສາລາວທີ່ຮຽນຢູ່ ສປ ຈີນ ຂອງກົມກິດຈະການນັກສຶກສາເຫັນວ່າ: ມີນັກສຶກສາຈຳນວນ ຫຼາຍຖືກຕົວະໄປຮຽນຕໍ່ໂດຍຜ່ານທາງບໍລິສັດນາຍໜ້າ ຫຼື ກຸ່ມຄົນບໍ່ດີ, ດັ່ງນັ້ນ ຈຶ່ງສົ່ງຜົນໃຫ້ບັນດານັກສຶກສາຈຳນວນທີ່ໄປຮຽນຕໍ່ໂດຍຜ່ານນາຍໜ້າບໍລິສັດຕ່າງກໍພົບຄວາມຫຍຸ້ງຍາກ ແລະ ມີບັນຫາຫຼາຍ ຊຶ່ງກ່ອນຈະເດີນທາງໄປເຂົ້າຮຽນທາງນາຍໜ້າກໍໃຫ້ສັນຍາວ່າພວກກ່ຽວຈະໄດ້ຮັບທຶນລັດຖະບານແນ່ນອນ, ແຕ່ເມືອໄປຮອດແລ້ວຜັດບໍ່ໄດ້ຮັບຕາມທີ່ໄດ້ຕົກລົງ ຫຼື ຕາມທີ່ໄດ້ໂຄສະ ນາຢ່າງໜ້າເຊື່ອຖື, ເຮັດໃຫ້ນັກສຶກສາຈຳນວນໜຶ່ງຈຳເປັນຕ້ອງໄດ້ກັບຄືນປະເທດຍ້ອນບໍ່ມິເງິນຄ່າຮຽນດ້ວຍຕົນເອງ.
ດັ່ງນັ້ນ, ພໍ່ແມ່ຜູ້ປົກຄອງຕ້ອງມີສະຕິລະວັງຕົວ, ຫຼີກເວັ້ນການຖືກຕົວະຈາກກຸ່ມຄົນບໍ່ຫວັງດີ ຫຼື ບໍລິສັດນາຍໜ້າຕ່າງໆທີ່ສ່ຽງຕໍ່ການຖືກຫຼອກລວງ, ກໍລະນີຫາກພົບເຫັນບຸກຄົນທີ່ບໍ່ຫວັງດີ ຫຼື ມີບັນຫາອັນໃດທີ່ບໍ່ເຂົ້າໃຈ ບັນດາທ່ານສາມາດປະສານງານ ແລະ ຕິດຕໍ່ໄປທີ່ກົມກິດຈະການນັກສຶກສາ ກະຊວງສຶກສາທິການ ແລະ ກີລາໂດຍກົງໄດ້ເລີຍ.
ຮຽບຮຽງຂ່າວ: ພຸດສະດີ
ແຫຼ່ງຂໍ້ມູນ: ກະຊວງສຶກສາທິການ ແລະ ກີລາ