
ພາຍຫລັງລັດຖະບານ ໄດ້ອອກຂໍ້ຕົກລົງແບ່ງຕົວເລກລັດຖະກອນໃໝ່ ປະຈໍາປີ 2020 ຈໍານວນ 2.000 ຄົນຮຽບຮ້ອຍແລ້ວ ໂດຍແມ່ນກະຊວງ ສຶກສາທິການ ແລະ ກິລາ ແລະ ກະຊວງ ສາທາລະນະສຸກ ໄດ້ຮັບໂກຕ້າຫລາຍກ່ວາໝູ່.
ຕໍ່ບັນຫາດັ່ງກ່າວນີ້, ທ່ານຫົວໜ້າກົມຄຸ້ມຄອງລັດຖະກອນ ກະຊວງພາຍໃນ ໃຫ້ຮູ້ວ່າ: ແຕ່ລະປີພາຍຫລັງລັດຖະບານໄດ້ອອກຂໍ້ຕົກລົງວ່າດ້ວຍການແບ່ງຕົວເລກລັດຖະກອນໃໝ່, ກະຊວງພາຍໃນ ໄດ້ອອກຄໍາແນະນໍາຈັດຕັ້ງປະຕິບັດເພື່ອເປັນບ່ອນອີງໃຫ້ບັນດາກະຊວງ, ອົງການລັດທຽບເທົ່າກະຊວງ ແລະ ອົງການປົກຄອງທ້ອງຖິ່ນຈັດຕັ້ງປະຕິບັດຕາມຮ່າງແຜນແຈກຢາຍ ແລະ ບັນຈຸລັດຖະກອນໃໝ່ໃຫ້ຖືກຕ້ອງ ແລະ ສອດຄ່ອງຕາມວິຊາສະເພາະ, ສ່ວນຂະບວນການສອບເສັງແມ່ນປະຕິບັດຕາມຄໍາແນະນໍາເລກທີ 11/ພນ, ລົງວັນທີ 7 ກັນຍາ 2016 ກ່ຽວກັບການສອບເສັງເຂົ້າເປັນລັດຖະກອນ ໂດຍປະຕິບັດຕາມຫລັກການ ແລະ ຂັ້ນຕອນ ເປັນຕົ້ນ: ແຕ່ງຕັ້ງຄະນະຊີ້ນໍາລວມ ແລະ ຄະນະວິຊາການຮັບຜິດຊອບການສອບເສັງ, ຄັດເລືອກລັດຖະກອນຂັ້ນກະຊວງ, ຂັ້ນແຂວງ ແລະ ຂັ້ນເມືອງ ເພື່ອຈັດຕັ້ງການສອບເສັງຕາມລະບຽບການ ນັບແຕ່ການປະກາດຮັບສະໝັກ, ການຄັດເລືອກຟອມສະໝັກ, ການຈັດການສອບເສັງ ແລະ ການພິຈາລະນາປະກາດຜົນການສອບເສັງ, ສ່ວນຢູ່ຂັ້ນທ້ອງຖິ່ນໄດ້ມອບໃຫ້ພະແນກພາຍໃນແຂວງເຂົ້າຮ່ວມ ແລະ ຕິດຕາມກວດກາຂະບວນການສອບເສັງ.
ພາຍຫລັງສອບເສັງຄັດເລືອກລັດຖະກອນໃໝ່ສໍາເລັດ, ປະຫວັດລັດຖະກອນໃໝ່ທຸກຂະແໜງການ ຕ້ອງມາຜ່ານກະຊວງ ພາຍໃນ ເພື່ອກວດກາຄືນວ່າການບັນຈຸສັບຊ້ອນຖືກຕາມວິຊາສະເພາະຫລືບໍ່. ຄຽງຄູ່ກັນນັ້ນ ກໍເຫັນວ່າຍັງພົບຂໍ້ຫຍຸ້ງຍາກໃນການຕິດຕາມກວດກາການຄັດເລືອກລັດຖະ ກອນໃໝ່ຄື: ກົມຄຸ້ມຄອງລັດຖະກອນເຮັດໜ້າທີ່ຄຸ້ມຄອງມະຫາພາກ ແລະ ມີບຸກຄະລາກອນຈຳກັດ ຈິ່ງເຮັດໃຫ້ບໍ່ສາມາດສົ່ງພະນັກງານລົງໄປຕິດຕາມກວດກາ ຫລື ເປັນຄະນະກໍາມະການຕົວຈິງໃນການສອບເສັງຄັດເລືອກລັດຖະກອນໃໝ່ຂອງບັນດາກະຊວງ-ອົງການ ແລະ ທ້ອງຖິ່ນໄດ້ ຈຶ່ງເຮັດໃຫ້ເກີດມີສຽງຈົ່ມວ່າຈາກສັງຄົມກ່ຽວກັບການຄັດເລືອກລັດຖະກອນໃໝ່ວ່າບໍ່ໂປ່ງໃສ ແລະ ບໍ່ຍຸຕິທໍາ, ຜູ້ທີ່ເສັງໄດ້ ແລະ ໄດ້ເຮັດວຽກນໍາລັດສ່ວນຫລາຍແມ່ນລູກຫລານພະນັກງານການນໍາ ແລະ ຜູ້ມີເງິນ, ສ່ວນລູກຫລານປະຊາຊົນ, ຜູ້ທຸກຍາກບໍ່ໄດ້ເຮັດວຽກນໍາລັດ, ມີນັກສຶກສາຮຽນຈົບມາຈໍານວນຫລາຍໃນແຕ່ລະປີບໍ່ມີວຽກເຮັດ ເຮັດໃຫ້ເກີດປະກົດການຫຍໍ້ທໍ້ໃນສັງຄົມ.
ສະນັ້ນ ເພື່ອຮັບປະກັນໃຫ້ວຽກງານຄຸ້ມຄອງລັດຖະກອນຖືກຕ້ອງຕາມຫລັກການ, ສະເໝີພາບ, ໂປ່ງໃສ ແລະ ຍຸຕິທໍາ, ຫລີກເວັ້ນການສອບເສັງແບບຮູບການ, ຈຸ້ມເຈື້ອ, ຊື້ຈ້າງ, ວິ່ງເຕັ້ນໃຫ້ເຂົ້າເປັນລັດຖະກອນ ແລະ ອື່ນໆ ຄະນະພັກ, ຄະນະນໍາແຕ່ລະຂັ້ນຕ້ອງເພີ່ມທະວີຄວາມຮັບຜິດຊອບ ແລະ ເປັນເຈົ້າການຊີ້ນໍາ, ນໍາພາ ແລະ ຕິດຕາມຂະບວນການສອບເສັງລັດຖະ ກອນໃໝ່ໃຫ້ຖືກຕ້ອງຕາມລະບຽບການທຸກຢ່າງ, ການບັນຈຸລັດຖະກອນໃໝ່ຂອງບັນດາຂະແໜງການຕ້ອງຜ່ານຂະ ບວນການສອບເສັງ, ເລືອກເຟັ້ນເອົາຜູ້ມີເງື່ອນໄຂ, ມີຄວາມຮູ້ຄວາມສາມາດທີ່ສົມຄູ່ກັບຕໍາແໜ່ງງານ, ສອດຄ່ອງກັບວິຊາສະເພາະ ແລະ ສອດຄ່ອງກັບລະບຽບກົດໝາຍທີ່ກໍານົດໄວ້ທຸກຢ່າງ ແລະ ອື່ນໆ.