
ປະທານາທິບໍດີສະຫະລັດ ຂູ່ວ່າ ຈະຂວໍ້າບາດອີຣັກ ຫາກອີຣັກໄລ່ກອງທັບສະຫະລັດອອກນອກປະເທດ ນອກຈາກວ່າ ອີຣັກຈະຍອມຈ່າຍຄ່າສ້າງຖານທັບອາກາດຫຼາຍຕື້ໂດລາຄືນໃຫ້.
ໂດນັລ ທຣຳ ປະທານາທິບໍດີສະຫະລັດ ກ່າວວ່າ ອີຣັກຄວນຈະກຽມໂຕຮັບມືກັບການຂວໍ້າບາດທີ່ໜັກຢ່າງທີ່ບໍ່ເຄີຍເຫັນມາກ່ອນຈາກສະຫະລັດ ຫາກລົງມະຕິໃຫ້ຂັບໄລ່ກອງທັບຕ່າງຊາດອອກຈາກອີຣັກ.
ທຣຳ ລະບຸວ່າ “ເຮົາມີຖານທັບອາກາດທີ່ແພງມະຫາສານຢູ່ບ່ອນນັ້ນ ໃຊ້ງົບສ້າງຫຼາຍຕື້ໂດລາຕັ້ງແຕ່ຂ້າພະເຈົ້າຍັງບໍ່ຢູ່ໃນຕຳແໜ່ງ. ເຮົາຈະບໍ່ອອກ ນອກຈາກພວກທ່ານຈະຈ່າຍເງິນຄືນໃຫ້ພວກເຮົາ”. ທ່ານຍັງຂູ່ຕໍ່ວ່າ ຫາກອີຣັກສະແດງທ່າທີເປັນປໍລະປັກ ແລະ ສະຫະລັດເຫັນວ່າບໍ່ເໝາະສົມ “ສະຫະລັດຈະຂວໍ້າບາດອີຣັກຢ່າງໜັກ ແບບທີ່ເຮັດໃຫ້ການຂວໍ້າບາດອີຣານເບິ່ງເປັນເລື່ອງນ້ອຍໆໄປເລີຍ.”
ອ່ານຂ່າວທີ່ກ່ຽວຂ້ອງ =
ປະທານາທິບໍດີສະຫະລັດຊີ້ແຈງເຫດສັງຫານ “ນາຍພົນໂຊເລມານີ” ຂອງອີຣານ ແມ່ນເພື່ອຢຸດສົງຄາມ
ອີຣານຕັ້ງຄ່າຫົວ “ປະທານາທິບໍດີສະຫະລັດ 80 ລ້ານໂດລາ” ພ້ອມຂູ່ໂຈມຕີທຳນຽບຂາວໄດ້ທຸກເວລາ
ທ່າທີດັ່ງກ່າວມີຂຶ້ນຫຼັງຈາກທີ່ລັດຖະສະພາອີຣັກລົງມະຕິໃຫ້ຢຸດຕິຂໍ້ຕົກລົງທີ່ເຄີຍເຮັດໄວ້ກັບລັດຖະບານສະຫະລັດ ເມື່ອປີ 2014 ຊຶ່ງເປັນຂໍ້ຕົກລົງວ່າສະຫະລັດ ຈະສົ່ງທະຫານໄປຊ່ວຍອີຣັກຕໍ່ສູ້ກັບກຸ່ມກໍ່ການຮ້າຍໄອເອສ ໂດຍໃຫ້ເຫດຜົນວ່າ ຂໍ້ຕົກລົງດັ່ງກ່າວເປັນຂໍ້ຕົກລົງທີ່ອະນຸຍາດໃຫ້ກອງທັບຕ່າງຊາດເຂົ້າໄປຕໍ່ສູ້ກັບກຸ່ມໄອເອສ ຊຶ່ງປັດຈຸບັນໄດ້ຫຼົ້ມສະຫຼາຍໄປແລ້ວ ແລະ ລັດຖະບານອີຣັກຕ້ອງຢຸດຕິບໍ່ໃຫ້ກອງທັບຕ່າງຊາດເຂົ້າມາໃຊ້ຜືນແຜ່ນດິນອີຣັກ, ໃຊ້ນ່ານຟ້າ ຫຼື ນ່ານນ້ຳຂອງອີຣັກຫາປະໂຫຍດໃດໆ.
ຢ່າງໃດກໍຕາມ ມະຕິດັ່ງກ່າວຍັງເປີດທາງໃຫ້ກອງທັບຕ່າງຊາດປະຈຳການຢູ່ໃນອີຣັກໄດ້ ຫາກເປັນການປະຈຳການເພື່ອຊ່ວຍຝຶກຝົນທະຫານອີຣັກ ແຕ່ຄູຝຶກຊາວຕ່າງຊາດມີຄວາມຈຳເປັນຕ້ອງລາຍງານຕົວກັບທາງການອີຣັກອີກດ້ວຍ.
ຄວາມເຄັ່ງຕຶງລະຫວ່າງສະຫະລັດ ແລະ ອີຣັກເພີ່ມຂຶ້ນນັບຕັ້ງແຕ່ທີ່ກອງທັບສະຫະລັດ ສັງຫານພົນຕີ ກັດຊິມ ໂຊເລມານີ ຜູ້ບັນຊາການກອງກຳລັງກຸດສ໌ ກອງກຳລັງສຳຄັນຂອງກອງທັບພິທັກປະຕິວັດອີຣານ ດ້ວຍການໂຈມຕີທາງອາກາດຈາກໂດຣນທີ່ນະຄອນຫຼວງແບກແດດຂອງອີຣັກເມື່ອວັນທີ 3 ມັງກອນ 2020 ທີ່ຜ່ານມາ. ໂດຍອະເດລ ອັບດຸນ ມາດີ ນາຍົກລັດຖະມົນຕີອີຣັກກ່າວວ່າ ການໂຈມຕີຂອງສະຫະລັດ ເປັນ “ການລະເມີດອະທິປະໄຕຂອງອີຣັກຢ່າງໜ້າບໍ່ອາຍ ແລະ ທຳລາຍສັກສີຂອງປະເທດຢ່າງໂຈ່ງແຈ້ງ.”
ການສັງການພົນຕີໂຊເລມານີ ຊຶ່ງມີບົດບາດສຳຄັນໃນການຕໍ່ສູ້ປາບປາມກຸ່ມໄອເອສໃນຊີເຣຍ ແລະ ອີຣັກ ສົ່ງຜົນໃຫ້ອີຣານ ແລະ ອີຣັກຮູ້ສຶກແຄ້ນເຄືອງສະຫະລັດເປັນຢ່າງສູງ ໂດຍລັດຖະບານອີຣານເຖິງກັບປະກາດຈະລ້າງແຄ້ນໃຫ້ກັບພົນຕີໂຊເລມານີ ໂດຍລະບຸວ່າ ການສັງຫານພົນຕີໂຊເລມານີເປັນການກໍ່ການຮ້າຍຂ້າມຊາດ.
ຢ່າງໃດກໍຕາມ ລັດຖະບານສະຫະລັດ ຢືນຢັນວ່າ ພົນຕີໂຊເລມານີເປັນຜູ້ຢູ່ເບື້ອງຫຼັງການໂຈມຕີພົນລະເມືອງອາເມລິກາຫຼາຍເທື່ອ ຮວມທັງການໂຈມຕີສະຖານທູດສະຫະລັດອີກດ້ວຍ ແລະ ຍັງເຊື່ອວ່າ ພົນຕີໂຊເລມານີກຳລັງວາງແຜນຈະໂຈມຕີພົນລະເມືອງອາເມລິກາອີກ ຈຶ່ງຕ້ອງສັງຫານຜູ້ບົງການ.