
ກ່ອນໜ້ານີ້ ທ້າວ ອາຣິຍາ ພູນສະຫວັດ ນັກປັ່ນລົດຖີບທີມຊາດລາວເຮົາສາມາດເຮັດຜົນງານໃນການແຂ່ງຂັນ ໂດຍເຂົ້າເສັ້ນໄຊເປັນອັນດັບທີ 1 ຄວ້າແຊ້ມສະໜາມທີ 1 ໃນໄລຍະທາງ 153,5 Km ລາຍການ Cambodia Bay Cycling Tour 2020 ທີ່ປະເທດກຳປູເຈຍ ໃນວັນທີ 4 ມັງກອນ 2020 ປະເພດລົດຖີບເສືອພູເຂົາ (KOM) ພ້ອມຍາດໄດ້ເສື້ອເຈົ້າພູເຂົາມາສວມໃສ່.
ສ່ວນສະໜາມທີ 2 ຈັດຂຶ້ນໃນວັນທີ 5 ມັງກອນ 2020 ອາຣິຍາ ກັບເພື່ອນຮ່ວມທີມຍັງໂດດເດັ່ນ ສາມາດຮັກສາເວລາລວມໄວ້ໄດ້ ພ້ອມຄອງເສື້ອເຫຼືອງ ( ຜູ້ນໍາເວລາລວມ ) ຕໍ່ໄປ ແລະ ສະໜາມທີ 3 ສະ ໜາມສຸດທ້າຍ ຈັດຂຶ້ນໃນວັນທີ 6 ມັງກອນ 2020 ປາກົດວ່າ: ອາຣິຍາ ຍັງຮັກສາຟອມການແຂ່ງຂັນກັບເພື່ອນຮ່ວມທີມໄດ້ດີຕໍ່ເນື່ອງ ສາມາດຮັກສາເວລາລວມໄວ້ໄດ້ດີ ເຮັດໃຫ້ຄວ້າແຊ້ມລາຍການ Cambodia Bay Cycling Tour 2020 ໄປຄອງ ແລະ ເກັບຄະແນນສະສົມລຸ້ນໄປ ໂອແລມປິກ 2020 ທີ່ນະຄອນຫຼວງໂຕກຽວ ປະເທດຍີ່ປຸ່ນ ໄດ້ອີກດ້ວຍ
ທີ່ມາຂ່າວ https://www.laophattananews.com/archives/62903