
ຫຼັງຈາກພົບຜູ້ຕິດເຊື້ອອາການຄ້າຍປອດອັກເສບດ້ວຍໄວຣັດໃນປະເທດຈີນຫຼາຍສິບຄົນ ໄດ້ສ້າງຄວາມຕື່ນຕົກໃຈໃຫ້ຫຼາຍປະເທດທົ່ວໂລກ ໂດຍຫຼາຍປະເທດກໍໄດ້ໃຊ້ມາດຕະການກັກກັນຕົວ, ກວດສອບນັກເດີນທາງ, ກວດກາທີ່ສະໜາມບິນ ເປັນຕົ້ນ.
ຫຼ້າສຸດ ຄະນະກຳມະການສາທາລະນະສຸກແຫ່ງອູ່ຮັ່ນ ຖະແຫຼງວ່າ ຕອນນີ້ມີຜູ້ປ່ວຍພະຍາດປອດອັກເສບຈາກໄວຣັດປິດສະໜາຈຳນວນ 59 ລາຍ ໂດຍຜູ້ປ່ວຍທຸກຄົນໄດ້ຮັບການຮັກສາໃນເຂດກັກກັນ ແລະ ຍັງບໍ່ມີລາຍຊື່ຂອງຜູ້ເສຍຊີວິດ. ຕອນນີ້ ເຈົ້າໜ້າທີ່ກວ່າ 163 ຄົົນທີ່ມີການສຳຜັດໃກ້ຊິດກັບຜູ້ຕິດເຊື້ອ ກໍໄດ້ຖືກວາງຕົວເຝົ້າລະວັງພາຍໃຕ້ການສັງເກດທາງການແພດອີກດ້ວຍ. ໃນຂະນະທີ່ເຈົ້າໜ້າທີ່ກໍຢືນຢັນວ່າ ອາການນີ້ບໍ່ມີຄວາມເປັນໄປໄດ້ທີ່ຈະເປັນພະຍາດຊາສ໌ (SARS), ພະຍາດລະບົບທາງເດີນຫາຍໃຈທີ່ລະບາດໃນຕາເວັນອອກກາງ (ພະຍາດເມີສ໌) ຫຼື ໄຂ້ຫວັດນົກ.
ແລ້ວຖ້າບໍ່ແມ່ນພະຍາດທີ່ຕ້ອງສົງໄສເຫຼົ່ານີ້ແລ້ວ, ໄວຣັດນີ້ຈະເປັນຫຍັງໄດ້ແດ່?
ຄະນະກຳມະການດ້ານສາທາລະນະສຸກຂອງອູ່ຮັ່ນລະບຸວ່າ ການຕິດເຊື້ອເກີດຂຶ້ນລະຫວ່າງວັນທີ 12 – 29 ທັນວາ ປີທີ່ຜ່ານມາ ໂດຍຜູ້ປ່ວຍບາງລາຍເຮັດວຽກທີ່ຕະຫຼາດອາຫານທະເລໃນເມືອງ ຊຶ່ງເປັນຕະຫຼາດທີ່ມີການຈຳໜ່າຍສັດທີ່ມີຊີວິດອື່ນໆ ເຊັ່ນ: ນົກ, ກະຕ່າຍ ແລະ ງູ ເຮັດໃຫ້ມີຄວາມກັງວົນວ່າໄວຣັດອາດແຜ່ເຊື້ອຈາກສັດສູ່ມະນຸດ ເຖິງວ່າຈະມີລາຍງານວ່າ ຕະຫຼາດນີ້ໄດ້ປິດໃຫ້ບໍລິການຕັ້ງແຕ່ 1 ມັງກອນເພື່ອຂ້າເຊື້ອພະຍາດ.
ສາດສະດາຈານ ເດວິດ ຮຸຍ ຊູສົງ (David Hui Shu-cheong) ຜູ້ຊ່ຽວຊານດ້ານລະບົບຫາຍໃຈຂອງ ມະຫາວິທະຍາໄລຈີນແຫ່ງຮົງກົງໄດ້ໃຫ້ສຳພາດກັບ CNN ວ່າ ມີຄວາມເປັນໄປໄດ້ສູງທີ່ການລະບາດຂອງປອດອັກເສບຈະເກີດຈາກໄວຣັດຊະນິດໃໝ່. ທັງກັງວົນວ່າ ສິ່ງທີ່ວາງຂາຍໃນຕະຫຼາດ ອາດເປັນໜຶ່ງໃນສາເຫດຂອງການລະບາດນຳ. ທັງຈາກຂໍ້ມູນຂອງທ່ານເອງ ຍັງພົບວ່າ ເຊື້ອພະຍາດຊະນິດໃໝ່ຈຳນວນຫຼາຍໄດ້ຖືກຖ່າຍທອດຈາກສັດສູ່ມະນຸດ ເຊັ່ນ: ຊາສ໌ ຫຼື ພະຍາດເມີສ໌ທີ່ຄາດວ່າມາຈາກອູດ.
ໃນຕອນນີ້ ເຈົ້າໜ້າທີ່ຍັງກ່າວວ່າ ບໍ່ມີຫຼັກຖານຊັດເຈນວ່າມີການຕິດຕໍ່ຈາກຄົນສູ່ຄົນ ແຕ່ກໍຍັງມີຄວາມຢ້ານກົວວ່າຈະມີການແຜ່ລະບາດຂອງພະຍາດທົ່ວປະເທດ ໃນເທດສະການກຸດຈີນ (ປີໃໝ່ຈີນ) ທີ່ກຳລັງຈະມາເຖິງ ຊຶ່ງຊາວຈີນຫຼາຍຮ້ອຍລ້ານຄົນຈະເດີນທາງທັງໃນປະເທດ ແລະ ນອກປະເທດ ທັງທາງລົດໄຟ, ລົດເມ ແລະ ເຮືອບິນ.
ສາດສະດາຈານລີໂອ ພູນ (Leo Poon) ນັກໄວຣັດວິທະຍາຂອງມະຫາວິທະຍາໄລຮົງກົງ ແລະ ຜູ້ຊ່ຽວຊານພະຍາດຊາສ໌ກ່າວວ່າ ຄວາມຮຸນແຮງຂອງສະຖານະການທີ່ຈະເກີດຂຶ້ນນັ້ນຂຶ້ນຢູ່ກັບວ່າພະຍາດປອດອັກເສບອູ່ຮັ່ນເປັນພະຍາດຕິດຕໍ່ ຫຼື ບໍ່, “ຖ້າມັນສົ່ງຜ່ານຈາກສັດສູ່ມະນຸດເທົ່ານັ້ນ ແລະ ຕອນນີ້ຕະຫຼາດກໍປິດຕົວແລ້ວ ກໍຈະມີໂອກາດທີ່ຄົນຈະຕິດເຊື້ອຕ່ຳລົງ” ຊຶ່ງເຖິງວ່າຕອນນີ້ຈະຍັງບໍ່ພົບວ່າຕິດຕໍ່ຈາກຄົນສູ່ຄົນ ແຕ່ທ່ານ ຮຸຍ ກໍຄິດວ່າ ຍັງຕ້ອງເຝົ້າລະວັງເພາະ “ຫຼາຍເທື່ອທີ່ເຊື້ອໄວຣັດທາງເດີນຫາຍໃຈສາມາດຕິດຕໍ່ກັນໄດ້ໃນມະນຸດ,” ທ່ານກ່າວ.