
ປະຊາຊົນເມືອງນາແລ ແຂວງ ຫຼວງນ້ຳທາ ທີ່ໄດ້ຮັບຜົນກະທົບຈາກເຂື່ອນໄຟຟ້ານ້ຳທາ 1 ສະເໜີໃຫ້ພາກສ່ວນກ່ຽວ ຂ້ອງເລັ່ງແກ້ໄຂຟື້ນຟູ-ປັບປຸງຊີວິດການເປັນຢູ່ ໂດຍສະເພາະ ການສ້າງອາຊີບ ສ້າງລາຍຮັບທີ່ໝັ້ນທ່ຽງ.
ທ່ານ ນາງ ເກສອນ ແສງຍະວົງ ສະມາຊິກສະພາເຂດເລືອກຕັ້ງທີ 3 ແຂວງຫຼວງນ້ຳທາ ໃຫ້ສຳພາດ ວັນທີ 14 ມິຖຸນາ 2019 ວ່າ: ໃນວັນທີ 23 ມີນາ 2018 ສະພາປະຊາຊົນແຂວງຫຼວງນ້ຳທາ ໄດ້ຮັບຮອງເອົາ 7 ໜ້າວຽກຂອງໂຄງການເຂື່ອນໄຟຟ້ານ້ຳທາ 1 ປະກອບມີ: 1) ວຽກງານການຈັດສັນທີ່ດິນທຳມາຫາກິນ, 2) ວຽກງານສ້າງສວນສາທິດເຕັກນິກກະສິກຳ, 3) ວຽກງານສ້າງກິດຈະກຳການຜະລິດ, 4) ວຽກງານຈັດຫາປັດໄຈການຜະລິດ, 5) ວຽກງານຈັດເຝິກອົບຮົມ ແລະ ທັດສະນະສຶກສາ, 6) ວຽກງານສ້າງຕັ້ງກຸ່ມການຜະລິດເພື່ອເປັນສິນຄ້າ ແລະ 7) ວຽກງານພັດທະນາສັງຄົມ ແລະ ຊຸມຊົນ ໂດຍມີງົບປະມານທັງໝົດ 7 ລ້ານກວ່າໂດລາສະຫະລັດ ຫຼື ປະມານ 61 ຕື້ກວ່າກີບ.
ໃນການຈັດຕັ້ງປະຕິບັດຂອງໂຄງການໄລຍະຜ່ານມາໄດ້ສຳເລັດການຊົດເຊີຍຜົນກະທົບໃຫ້ແກ່ປະຊາຊົນ ໂດຍສະເພາະ ແມ່ນການຈັດສັນທີ່ຢູ່ອາໄສ ການຈັດສັນພື້ນຖານໂຄງລ່າງຈຳນວນໜຶ່ງໃຫ້ປະຊາຊົນ ຈຳນວນ 27 ບ້ານ 1,168 ຫຼັງຄາ, 7,450 ຄົນ ຍ້າຍມາຮ່ວມກັນຢູ່ 10 ບ້ານຖືວ່າສຳເລັດ ແຕ່ຍັງມີບາງກິດຈະກຳທີ່ຍັງບໍ່ທັນໄດ້ຈັດຕັ້ງປະຕິບັດເຊິ່ງເປັນບັນຫາພົ້ນເດັ່ນທີ່ປະຊາຊົນຮຽກຮ້ອງໃຫ້ທາງໂຄງການເອົາໃຈໃສ່ປັບປຸງ ເປັນຕົ້ນ ເສັ້ນທາງໄປສູ່ການຜະລິດ ລະບົບນ້ຳປະປາ ນອກ ຈາກນີ້ ບັນຫາການຊຸກຍູ້ສົ່ງເສີມອາຊີບຄົງທີ່ໃຫ້ປະຊາຊົນ ການຈັດຕັ້ງປະຕິບັດຍັງບໍ່ທັນມີຄວາມຄືບໜ້າ ດັ່ງນັ້ນ ປະຊາຊົນຈຶ່ງໄດ້ຮຽກຮ້ອງໃຫ້ສະພາປະຊາຊົນແຂວງ ກໍຄື ພາກລັດ ເປັນຕົ້ນ ອົງການກ່ຽວຂ້ອງຂັ້ນທ້ອງຖິ່ນ ນຳເອົາບັນຫາດັ່ງກ່າວນຳສະເໜີຕໍ່ກະຊວງ ຂະແໜງການທີ່ຮັບຜິດຊອບໃຫ້ຂຸ້ນຂ້ຽວຈັດຕັ້ງປະຕິບັດກິດຈະກຳຟື້ນຟູຊີວິດການເປັນຢູ່ໃຫ້ປະ ຊາຊົນ 10 ບ້ານທີ່ຖືກຍົກຍ້າຍນັ້ນ ເພື່ອເຮັດໃຫ້ປະຊາຊົນມີອາຊີບຄົງທີ່ ມີວຽກເຮັດງານທຳ ສ້າງລາຍຮັບ ແລະ ສ້າງເສດ ຖະກິດຄອບຄົວໃຫ້ມີຄວາມເຂັ້ມແຂງ.
(ສາວແກ້ວອຸດົມ)
ທີ່ມາຂ່າວ ມ່ວນ