
ໃນວັນທີ 3 ຕຸລາ 2019 ທີ່ນະຄອນຫລວງວຽງຈັນ, ສະຫະພາບຢຸໂຣບ (EU) ແລະ ອົງການສະຫະປະຊາຊາດສໍາລັບເດັກ (UNICEF) ໄດ້ມອບລົດຈັກຈຳນວນ 40 ຄັນ, ເຄື່ອງຄອມພິວເຕີຕັ້ງໂຕະ 62 ຊຸດ ແລະ ຄອມພິວເຕີແລັບທອບ 3 ໜ່ວຍ ໃຫ້ແກ່ ກະຊວງສຶກສາທິການ ແລະ ກີລາ ລວມມູນຄ່າ 121,000 ໂດລາສະຫະລັດ ເຊິ່ງອຸປະກອນເຫລົ່ານີ້ ຈະໄດ້ນຳໃຊ້ຢູ່ໃນ 40 ເມືອງບູລິມະສິດ, ກົມກ່ຽວຂ້ອງ ແລະ ສະຖາບັນພັດທະນາຜູ້ບໍລິຫານການສຶກສາ (IFEAD). ຕາງໜ້າມອບເຄື່ອງຄັ້ງນີ້ ໂດຍທ່ານ ເລໂອ ຟາເບີ ເອກະລັດຖະທູດສະຫະພາບເອີລົບ ປະຈຳ ສປປ ລາວ, ທ່ານ ເອຍຟ້ານ ອັກຕາ (Irfan Akhtar) ວ່າການຜູ້ຕາງໜ້າອົງການ UNICEF ປະຈໍາ ສປປ ລາວ ແລະ ຕາງໜ້າຮັບໂດຍທ່ານ ນາງ ຂັນທະລີ ສີລີພົງພັນ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ.
(ສາວເຜືອກ)