
ມະຫາເສດຖີຊາວຍີ່ປຸ່ນແຈກເງິນໃຫ້ຜູ້ຕິດຕາມທະວິດເຕີ (Twitter) ສ່ວນຕົວ 1,000 ລາຍ ເພື່ອສຳຫຼວດວ່າຄົົນທີ່ໄດ້ຮັບເງິນ 1 ລ້ານເຢນ ຊີວິດຈະປ່ຽນແປງແນວໃດ.
ຢາຊາກຸ ມາເອຊາວາ ມະຫາເສດຖີຊາວຍີ່ປຸ່ນ ປະກາດຈະແຈກເງິນ 1 ລ້ານເຢນ ຫຼື ປະມານ 9,100 ໂດລາສະຫະລັດ ໃຫ້ແກ່ ຜູ້ທີ່ຕິດຕາມທະວິດເຕີສ່ວນຕົວຂອງຕົນເອງຈຳນວນ 1,000 ຄົນ.
ໂດຍຜູ້ກ່ຽວໄດ້ປະກາດຂໍ້ຄວາມດັ່ງກ່າວຜ່ານຊ່ອງຢູທູບຂອງຕົນເອງທີ່ມີຜູ້ຕິດຕາມປະມານ 414,000 ຄົນ ໂດຍກ່າວວ່າ ການແຈກເງິນນີ້ເປັນການເເຂ່ງຂັນທົດສອບຄວາມເຄັ່ງຕຶງຂອງສັງຄົມ ເພື່ອສຳຫຼວດເບິ່ງວ່າ ຫາກໄດ້ຮັບເງິນ 1 ລ້ານເຢນ ຊີວິດຂອງຜູ້ທີ່ໄດ້ຮັບຈະປ່ຽນແປງໄປແນວໃດ.
ສຳລັບຜູ້ທີ່ເຂົ້າຮ່ວມແຂ່ງຂັນເພື່ອຊີງເງິນ 1 ລ້ານເຢນນັ້ນຈະຕ້ອງເປັນຜູ້ຕິດຕາມທະວິດເຕີຂອງມະຫາເສດຖີຄົນນີ້ ແລະ ຣີທະວີດ (retweet) ປະກາດດັ່ງກ່າວກ່ອນທ່ຽງຄືນວັນທີ 7 ມັງກອນ ແລະ ຈະຕ້ອງຕອບຄຳຖາມວ່າຈະໃຊ້ເງິນກ້ອນນີ້ເຮັດຫຍັງ.
ຫຼັງຈາກທີ່ມີການປະກາດອອກໄປ, ທະວິດເຕີຂອງ ມາເອຊາວາ ໄດ້ຮັບການຣີທະວີດຫຼາຍກວ່າ 4 ລ້ານເທື່ອ. ຢ່າງໃດກໍຕາມ ກໍຕາມຜູ້ຊະນະນັ້ນຈະໄດ້ຮັບການຕິດຕໍ່ກັບຈາກມາເອຊາວາທາງ direct message ຂອງທະວິດເຕີພາຍໃນ 2-3 ມື້.
ຢ່າງໃດກໍຕາມ ນີ້ບໍ່ແມ່ນເທື່ອທຳອິດທີ່ມາເອຊາວາແຈກເງິນໃຫ້ແກ່ຊາວທະວິດເຕີ ເມື່ອເດືອນມັງກອນ ປີ 2019, ຜູ້ກ່ຽວກໍແຈກເງິນໃຫ້ແກ່ຄົນທົ່ວໄປ 100 ຄົນ ໂດຍໄດ້ຮັບຄົນລະ 1 ລ້ານເຢນເຊັ່ນກັນ ຊຶ່ງຍອດຣີທະວີດຂໍ້ຄວາມຂອງທ່ານໄດ້ຮັບການຣີທະວີດສູງເຖິງ 4.68 ລ້ານເທື່ອ.
ມາເອຊາວາ ເປັນມະຫາເສດຖີຜູ້ກໍ່ຕັ້ງ Zozotown ເວັບໄຊຂາຍສິນຄ້າແຟຊັນ ແລະ ຍັງເປັນຜູ້ກໍ່ຕັ້ງຮ່ວມຂອງໂຄງການທ່ອງທ່ຽວດວງຈັນຂອງ SpaceX ອີກດ້ວຍ. ວາລະສານຟອບສ໌ (Forbes) ປະເມີນວ່າ ມາເອຊາວາມີຊັບສິນປະມານ 2,000 ລ້ານໂດລາສະຫະລັດ.
ທີ່ມາ https://muan.sanook.com/62378/