
ປິດສະໜາພາບພະສົງອູ້ມຕຸກກະຕາຊ້ອນທ້າຍລົດເລາະໃຈກາງເມືອງ ເຊິ່ງເປັນທີ່ຮືຮາກັນໃນສັງຄົມອອນລາຍຫຼາຍສົມຄວນ ແລະ ຕ່າງກໍວິພາວິຈານໄປຕ່າງໆນານາໃນທາງເຫັນອົກເຫັນໃຈ ແລະທັງຄຽງຄູ່ໃນແງ່ເສື່ອມເສຍຕໍ່ພຸດທະສາສະໜາ ຢ່າງປາສະຈາກບໍ່ໄດ້.
ເຖິງຢ່າງໃດກໍຕາມ ມີຜູ່ເຜີຍພາບຄວາມຈິງແລ້ວພະສົງອົງດຫ່ງກ່າວເພິ່ນໄປຊື້ໂທລະສັບໃນວັນວາເລັນທາຍ ແລ້ວໂຊກດີໄດ້ຕຸກກະຕາເປັນຂອງຂວັນ.
ເລື່ອງຄວາມໂຊກດີບໍ່ໄດ້ເຂົ້າຂ້າງໃຜອອກໃຜ ແຕ່ສິ່ງສຳຄັນເຮົາເອງຜູ້ບໍລິໂພກສື່ສັງຄົມອອນລາຍຢ່າຟ້າວດ່ວນຕັດສິນສິ່ງທີ່ເຫັນ ເພາະຄວາມຈິງອາດຈະບໍ່ຄືສິ່ງທີ່ເຮົາຄິດ ແລະເຫັນ .