
ກວ່າງໂຈວ ເອເວີແກຣນ ທີມດັງຈາກເສິກໄຊນີສຊູເປີລີກ ປະເທດຈີນ ກຽມກາຍເປັນສະໂມສອນທີ່ມີສະໜາມບານເຕະ ໃຫຍ່ທີ່ສຸດໃນໂລກ ຫຼັງຈາກເລີ່ມລົງມືກໍ່ສ້າງ ໂດຍມີຄວາມຈຸເຖິງ 1 ແສນບ່ອນນັ່ງ.
ແຊ້ມລີກສູງສຸດຂອງຈີນປີຫຼ້າສຸດ ໄດ້ຖະແຫຼງຂ່າວຢ່າງຍິ່ງໃຫຍ່ ພ້ອມເປີດໂຕຮູບພາບສະໜາມແຫ່ງໃໝ່ຂອງພວກເຂົາໄປເມື່ອວັນພະຫັດທີ່ຜ່ານມາ ໂດຍສະໜາມແຫ່ງໃໝ່ຂອງສະໂມສອນກວ່າງໂຈວ ເອເວີແກຣນ ມີຄວາມຈຸ 100,000 ບ່ອນນັ່ງ ຊຶ່ງທຸ້ມງົບປະມານມະຫາສານເຖິງ 12 ຕື້ຢວນ.
ໂຄງສ້າງຂອງສະໜາມ ຈະມີລວດລາຍດອກບົວທີ່ສະດຸດຕາອ້ອມຮອບ ຊຶ່ງເປັນເອກະລັກຂອງເມືອງກວ່າງໂຈວ ເມືອງທາງພາກໃຕ້ຂອງຈີນຂຶ້ນຊື່ເລື່ອງຄວາມສວຍງາມຂອງດອກໄມ້.
ທັງນີ້ເມື່ອການກໍ່ສ້າງສຳເລັດໃນປີ 2022 ຈະເຮັດໃຫ້ສະໜາມກີລາແຫ່ງໃໝ່ຂອງກວ່າງໂຈວ ເອເວີແກຣນ ກາຍເປັນສະໜາມບານເຕະ ທີ່ມີຄວາມຈຸຫຼາຍທີ່ສຸດໃນໂລກ ແຊງສະໜາມ “ຄຳ ນູ” ຂອງບາເຊໂລນາ ທີມດັງຂອງສະເປນໃນທັນທີ (ແຕ່ສະໜາມຄຳ ນູ ຈະຂະຫຍາຍບ່ອນນັ່ງເປັນ 105,000 ບ່ອນນັ່ງໃນປີ 2023).
ປັດຈຸບັນສະໜາມກີລາທີ່ມີຄວາມຈຸຫຼາຍທີ່ສຸດຂອງໂລກຄື “ຣຶງນາໂດ” ຊຶ່ງເປັນສະໜາມກີລາແບບມີລູ່ແລ່ນ ໃນນະຄອນຫຼວງປຽງຢາງ ປະເທດເກົາຫຼີເໜືອ ໂດຍມີຄວາມຈຸ 114,000 ບ່ອນນັ່ງ, ຮອງລົງມາກໍເປັນສະໜາມ ເອທີແອນທີ ຂອງ “ດັລລັສ ຄາວບອຍ” ທີມດັງໃນເສິກເອັນເອຟແອລ ຂອງສະຫະລັດອາເມລິກາ ທີ່ມີຄວາມຈຸຢູ່ທີ່ 105,000 ບ່ອນນັ່ງ.
ທັງນີ້, ເລື່ອງງົບປະມານມະຫາສານ ສື່ຈາກປະເທດຈີນລະບຸວ່າ ນອກຈາກກຸ່ມທຶນຂອງສະໂມສອນແລ້ວ ພວກເຂົາຍັງໄດ້ຮັບການສະໜັບສະໜຸນຈາກລັດຖະບານຈີນ ທີ່ກຳລັງຊຸກຍູ້ຢ່າງຈິງຈັງ ໃຫ້ຮ່ວມສົ່ງເສີມສະໂມສອນບານເຕະໃນປະເທດ ໃຫ້ມີການສ້າງສະໜາມແຫ່ງໃໝ່ທີ່ມີຄວາມທັນສະໄໝ ແລະ ຍິ່ງໃຫຍ່ໄປທົ່ວປະເທດ ເພື່ອຮອງຮັບການກຽມຍື່ນສະເໜີຂໍເປັນເຈົ້າພາບຈັດກີລາໂອລິມປິກເກມ.
ຂະນະດຽວກັນ ສະມາຄົມກີລາບານເຕະປະເທດຈີນເອງ ກຳລັງຈະເປັນເຈົ້າພາບການແຂ່ງຂັນບານເຕະສະໂມສອນຊີງແຊ້ມໂລກໃນປີ 2021 ແລະ ຍັງກຽມເປັນເຈົ້າພາບບານເຕະເອຊຽນຄັບ ໃນປີ 2023 ອີກດ້ວຍ.