
ເລື່ອງນີ້ເກີດຂຶ້ນຢູ່ບ້ານເມືອງເຮົານີ້ເອງ ເຊິ່ງຜູ້ໃຊ້ເຟສບຸກຊື່ ຄຳຫຼ້າ ແກ້ວດວງຈິດ” ໄດ້ໂພສຂໍ້ຄວາມພ້ອມກັບຮູບແຊັດລົມກັນເບື້ອງຕົ້ນວ່າ: “ຖ້າບໍ່ແມ່ນຍ້ອນແອັບໂຕນີ້ຂ້ອຍກະຄຶີຊີບໍ່ມາໄດ້ເຈົ້າບຸບເພສັນນິວາດແທ້ໆ💏ໃນມຶີ້ນັ້ນທີ່ຂ້ອຍແຊັດຫຼິ້ນບໍ່ຄິດວ່າຊິໄດ້ແທ້ໆແນວໃດກະຂອບໃຈເດີທີ່ເລືອກຂ້ອຍເປັນຄູ່ຊີວິດຂ້ອຍຈະບໍ່ເຮັດໃຫ້ເຈົ້າຜິດຫວັງໃນຕົວຂ້ອຍເລີຍ…”
ເມື່ອໂພສດັ່ງກ່າວຖືກເຜີຍແຜ່ອອກໄປໃນໄລຍະຂ້າມຄືນມີຄົນແຫ່ກັນແຊຣ໌ຫຼາຍກວ່າ 3 ພັນແຊຣ໌.
ນັບວ່າເປັນປາກົດການທາງສັງຄົມທີ່ມີຄວາມແປກບໍ່ໜ້ອຍ ສຳລັບຄົນທີ່ຄາດຈະໄດ້ເປັນຄູ່ຊີວິດກັນ ທຸກຢ່າງບໍ່ແມ່ນອຸປະສັກ ພຽງແຕ່ໃຊ້ແອັບທາງອອນລາຍກໍມີຄູ່ໄດ້ ເຊິ່ງອັນນີ້ເພິ່ນເອີ້ນວ່າ “ບຸບເພສັນນິວາດ”, ຕ່າງຈາກບາງຄົນໃຊ້ເວລາຫາຈົນອິດອ່ອນອາຍຸເກີນຍັງບໍ່ພົບ, ແຕ່ຈົ່ງເຊື່ອໝັ້ນໃນຄວາມດີຂອງຕົນເອງ ວ່າ “ຖ້າຫາກເຮົາເຮັດດີແລ້ວ ບໍ່ແມ່ນມື້ໃດມື້ໜຶ່ງເຮົາກໍຈະໄດ້ພົບກັນຮັກແທ້,ພົບກັນຄົນທີ່ຈິງໃຈ ພ້ອມທີ່ໃຊ້ຊີວິດກັບເຮົາຈົນເຖົ້າແກ່ ຂໍໃຫ້ທັງສອງເປັນແບບຢ່າງທີ່ດີ ເປັນຄູ່ຊີວິດທີ່ສົມຫວັງຕະຫຼອດໄປ” ຈົ່ງເຊື່ອ.
ເຮົາມາເບິ່ງພາບຄວາມໜ້າຮັກຂອງທັງສອງໄດ້ເລີຍ
ແລະທ່ານສາມາດເຂົ້າເບິ່ງໂພສຕົ້ນສະບັບໄດ້ທີ່:
https://m.facebook.com/story.php?story_fbid=943145279449352&id=100012616652466