
ອີງຕາມການລາຍງານໃນກອງປະຊຸມສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານວິຊາສະເພາະ 5 ເດືອນປີ 2020 ກໍານົດມາດຕະການຈັດເກັບລາຍຮັບເດືອນ 6 ແລະ 6 ເດືອນທ້າຍປີ 2020 ຂອງຂະແໜງພາສີ, ໃນວັນທີ 4-5 ມິຖຸນານີ້ວ່າ: ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດປີ 2020 ຂອງຂະແໜງພາສີຢູ່ໃນສະພາບແວດລ້ອມທີ່ມີຄວາມຫຍຸ້ງຍາກພໍສົມຄວນເປັນຕົ້ນ: ເສດຖະກິດຂອງໂລກມີການຜັນຜວນປ່ຽນ ແປງແຕ່ລະໄລຍະ, ການເຂົ້າຮ່ວມເປັນພາຄີກັບບັນດາປະເທດສາກົນການປະຕິບັດນະໂຍບາຍຍົກເວັ້ນພາສີ-ອາກອນ ແລະ ພັນທະອື່ນໃນເວລານໍາເຂົ້າຕາມນະໂຍບາຍສົ່ງເສີມການລົງທຶນ, ຊຶ່ງສົ່ງຜົນກະທົບຕໍ່ການຈັດເກັບລາຍຮັບຂອງຂະແໜງພາສີ.
ນອກນັ້ນ, ຍັງໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດ COVID-19 ເຮັດໃຫ້ການຈັດຕັ້ງປະຕິບັດເກັບລາຍຮັບເຂົ້າງົບປະມານແຫ່ງລັດໃນໄລຍະ 5 ເດືອນປີ 2020 ຂອງຂະແໜງພາສີທົ່ວປະເທດໄດ້ທັງໝົດ 2.586,68 ຕື້ກີບ, ຖ້າສົມທຽບໃສ່ໄລຍະດຽວກັນຂອງປີ 2019 ຜ່ານມາຫຼຸດລົງ 402 ຕື້ກີບ.
ເນື້ອໃນຂ່າວ: ກະຊວງການເງິນ