
ຣັດເຊຍປະກາດຕົນເປັນປະເທດທຳອິດຂອງໂລກທີ່ຄິດຄົ້ນວັກຊີນໂຄວິດ-19 ໄດ້ສຳເລັດ ພ້ອມທັງປະທານາທິບໍດີ ປູຕິນ ເອງກໍໄດ້ຢັ້ງຢືນວ່າ ໄດ້ໃຊ້ວັກຊີນນີ້ກັບລູກສາວຂອງຕົນເອງໄປແລ້ວ ໂດຍອາການຫຼັງຈາກທີ່ໄດ້ຮັບວັກຊີນແມ່ນປົກກະຕິດີ. ແນວໃດກໍຕາມ ທາງດ້ານຜູ້ຊ່ຽວຊານດ້ານການແພດຈາກນານາຊາດຍັງມີຂໍ້ສົງໄສກ່ຽວກັບຄວາມປອດໄພຂອງວັກຊີນດັ່ງກ່າວ ພ້ອມທັງຮຽກຮ້ອງໃຫ້ມີການຕີພິມງານວິໄຈທາງວິຊາການອອກມາເພື່ອໃຫ້ໝັ້ນໃຈວ່າວັກຊີນປອດໄພແທ້.
ວັກຊີນດັ່ງກ່າວນີ້ໄດ້ຮັບການຕັ້ງຊື່ຢ່າງບໍ່ເປັນທາງການຕາມຊື່ຂອງດາວທຽມຣັດເຊຍວ່າ “ສະປຸດນິກ V” ໂດຍຣັດເຊບວາງແຜນຈະແຈກຈ່າຍວັກຊີນໃຫ້ກັບປະຊາຊົນກຸ່ມທຳອິດ ເຊິ່ງກໍຄືບຸກຄະລາກອນທາງການແພດ, ຄູ ແລະ ກຸ່ມສ່ຽງອື່ນໆພາຍໃນເດືອນສິງຫາ 2020. ຫຼັງຈາກນັ້ນໃນເດືອນຕຸລາເປັນຕົ້ນໄປຈຶ່ງຈະເລີ່ມແຈກຈ່າຍໃຫ້ກັບປະຊາຊົນທົ່ວໄປເປັນວົງກວ້າງໃນທົ່ວປະເທດ.
ທັງນີ້, ເນື່ອງຈາກວ່າວັກຊີນດັ່ງກ່າວນີ້ຖືກພັດທະນາຂຶ້ນມາຢ່າງວ່ອງໄວ ແລະ ມີການຫຼຸດໄລຍະເວລາໃນການທົດລອງວັກຊີນລົງ ເຮັດໃຫ້ຫຼາຍປະເທດມີຄວາມກັງວົນກ່ຽວກັບຄວາມປອດໄພຂອງວັກຊີນດັ່ງກ່າວນີ້. ຫຼາຍຄົນກໍອາດຈະສົງໄສວ່າ ແລ້ວມີປະເທດໃດແດ່ທີ່ໝັ້ນໃຈ ແລະ ສັ່ງຊື້ວັກຊີນໂຄວິດ-19 ຈາກຣັດເຊຍແລ້ວແດ່?
ອີງຕາມຂໍ້ມູນຈາກ Kirill Dmitriyev ຫົວໜ້າຫແງທຶນເພື່ອການລົງທຶນຂອງຣັດເຊຍ ເຊິ່ງສະໜອງທຶນໃຫ້ແກ່ການໂຄງການຜະລິດວັກຊີນນີ້ເປີດເຜີຍວ່າ ຕອນນີ້ມີຄຳຮ້ອງສັ່ງຊື້ວັກຊີນນີ້ແລ້ວຫຼາຍກວ່າ 1 ຕື້ໂດສ (doses) ຈາກ 20 ປະເທດ ແຕ່ບໍ່ມີການເປີດເຜີຍວ່າມີປະເທດໃດແດ່. ແຕ່ໃນນັ້ນ ມີຂໍ້ມູນອອກມາວ່າ ຫວຽດນາມເປັນໜຶ່ງໃນບັນດາປະເທດທີ່ສົນໃຈ ແລະ ສັ່ງຊື້ວັກຊີນໂຄວິດ-19 ຈາກຣັດເຊຍ ແຕ່ກໍເຊັ່ນເຄີຍ ບໍ່ມີການລະບຸວ່າໄດ້ສັ່ງຊື້ຫຼາຍເທົ່າໃດ ແລະ ເມື່ອໃດຈະໄດ້ຮັບວັກຊີນ. ຂະນະທີ່ຫວຽດນາມເອງກໍໄດ້ມີການພັດທະນາວັກຊີນໂຄວິດ-19 ເຊັ່ນກັນ ເຊິ່ງກະຊວງສາທາລະນະສຸກຂອງເຂົາເຈົ້າກ່າວວ່າ ວັກຊີນທີ່ຄິດຄົ້ນເອງຈະພ້ອມນຳໃຊ້ພາຍໃນທ້າຍປີ 2021.
ກັບມາທີ່ເລື່ອງຂອງວັກຊີນທີ່ຜະລິດໂດຍຣັດເຊຍ, Dmitriyev ບອກວ່າ ຣັດເຊຍ ແລະ ຄູ່ຮ່ວມມືຈະຜະລິດວັກຊີຍໃຫ້ໄດ້ 500 ລ້ານໂດສຕໍ່ປີ ໃນ 5 ປະເທດ ໂດຍວາງແຜນໄວ້ວ່າຈະສົ່ງມອບວັກຊີນໃຫ້ກັບປະເທດອື່ນໆພາຍໃນເດືອນພະຈິກ 2020 ເປັນຕົ້ນໄປ.
ໃນຂະນະທີ່ລາຄາຂອງວັກຊີນນີ້ກໍຍັງບໍ່ທັນມີການເປີດເຜີຍເທື່ອ ແຕ່ທີ່ຜ່ານມາໃນການພັດທະນາວັກຊີນໂຄວິດ-19 ນັ້ນ ມີການຄາດຄະເນລາຄາວ່າ ອາດສູງເຖິງ 40 ໂດລາໃນປະເທດທີ່ມີລາຍໄດ້ສູງ ເຊິ່ງລາຄາໃນປະເທດທີ່ມີລາຍໄດ້ຕໍ່າອາດຈະມີລາຄາທີ່ຕໍ່າລົງ ທັງນີ້ກໍອາດຂຶ້ນກັບການເຈລະຈາຊື້ຂາຍເຊັ່ນກັນ.
ນີ້ກໍເປັນເລື່ອງຂອງຄວາມກ້າວໜ້າຂອງການພັດທະນາວັກຊີນປ້ອງກັນໂຄວິດ-19 ທີ່ກຳລັງເຂັ້ມຂຸ້ນ ແລະ ເລັ່ງດ່ວນເພື່ອຕໍ່ສູ້ປກັບພະຍາດຮ້າຍທີ່ສົ່ງຜົນຕໍ່ກັບຊີວິດ ແລະ ເສດຖະກິດຂອງທົ່ວໂລກ. ສ່ວນປະເທດລາວເຮົາຈະສັ່ງຊື້ວັກຊີນຄືກັບປະເທດອື່ນ ຫຼື ບໍ່ແນວໃດນັ້ນ ກໍຕ້ອງລໍຖ້າຟັງຈາກທາງການກ່ຽວກັບນັນຫາດັ່ງກ່າວນີ້.
ອ້າງອີງ:
- https://www.ndtv.com/world-news/russia-covid-19-vaccine-russia-dubs-new-coronavirus-vaccine-sputnik-after-soviet-satellite-2277797
- https://edition.cnn.com/2020/08/12/health/russia-coronavirus-vaccine-safety-intl-hnk/index.html
- https://www.japantimes.co.jp/news/2020/08/12/world/science-health-world/pre-orders-coronavirus-vaccines/#.XzpI_qfiuUk
- https://www.sciencemag.org/news/2020/08/russia-s-approval-covid-19-vaccine-less-meets-press-release
- https://www.bangkokpost.com/world/1968327/vietnam-to-buy-russian-covid-19-vaccine
- https://www.reuters.com/article/us-health-coronavirus-vaccines-pricing-e/exclusive-vaccine-alliance-eyes-range-of-prices-for-covid-shots-says-40-would-be-maximum-idUSKCN24S2AI