
ໃນລະຫວ່າງວັນທີ 7-10 ຕຸລາ 2020 ນີ້, ລະດັບນ້ຳເຊກອງ ຈະມີປະລິມານເພີ່ມສູງຂຶ້ນຈາກລະດັບປົກກະຕິພຽງເລັກນ້ອຍ, ເນື່ອງຈາກວ່າ ບໍລິສັດຫຸ້ນສ່ວນ ເຂື່ອນໄຟຟ້ານ້ຳຕົກພາກກາງ (ອາເລື້ອຍ) ສສ ຫວຽດນາມ ຈະປ່ອຍນ້ຳອອກຈາກເຂື່ອນ ໃນເວລາ 8:00 ໂມງ ຂອງວັນທີ 9 ຕຸລາ 2020 ໃນບໍລິມາດທີ່ຈະປ່ອຍ 100-1.000 ແມັດກ້ອນ/ວິນາທີ ແລະ ຄາດວ່າ ລະດັບນ້ຳ-ນ້ຳເຊກອງ ໃນລະຫວ່າງວັນທີ 7-10 ຕຸລາ ຈະມີປະລິມານສູງຂຶ້ນເຖິງ 5,50-6,50 ແມັດ, ເຊິ່ງເວລາ 7:00 ໂມງ ຂອງວັນທີ 5 ຕຸລາ ລະດັບນ້ຳເຊກອງ ແທກໄດ້ 2,52 ແມັດ (ລະດັບນ້ຳເຂດເຕືອນໄພແມ່ນ 17,50 ແມັດ, ເຂດອັນຕະລາຍແມ່ນ 18,50 ແມັດ).
ຕໍ່ກັບສະພາບການດັ່ງກ່າວ, ແຈ້ງເຖິງອຳນາດການປົກຄອງ ແລະ ອົງການຈັດຕັ້ງທຸກພາກ ສ່ວນ ຕະຫລອດຮອດພໍ່ແມ່ປະຊາຊົນ ທີ່ອາໄສ ແລະ ດຳລົງຊີວິດຢູ່ລຽບຕາມລຳນ້ຳເຊ ຈົ່ງມີສະຕິລະ ມັດລະວັງ ຕໍ່ກັບສະພາບການດັ່ງກ່າວທີ່ຈະເກີດຂຶ້ນ, ພ້ອມທັງໃຫ້ຕິດຕາມຂ່າວ ສະພາບອາກາດ ແລະ ນ້ຳ ຈາກພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ໂດຍອອກຂ່າວທາງວິທະຍຸ ແລະ ໂທລະພາບແຂວງເຊກອງ ເປັນປະຈຳ.
ຂ່າວ: ທະນູທອງ