
ໃນວັນທີ 5 ຕຸລານີ້, ພະແນກ ຖວທ ແຂວງ, ນະຄອນໄກສອນ ພົມວິຫານ ສົມທົບກັບກຸ່ມທຸລະກິດທ່ອງທ່ຽວແຂວງສະຫວັນນະເຂດ ໄດ້ຈັດກອງປະຊຸມເພື່ອກະກຽມຄວາມພ້ອມງານເທສະການ ສະຫວັນ ສຸກສັນ ຫັນສາ (savan fun fest) ຄັ້ງທີ II ຄາດວ່າຈະຈັດຂຶ້ນໃນຕົ້ນເດືອນທັນວາທີ່ຈະມາເຖິງນີ້ ພາຍຫລັງມີຜົນສຳເລັດ ແລະ ເປັນໜ້າພໍໃຈຂອງຊາວແຂວງສະຫວັນນະເຂດໃນງານຄັ້ງທີ I ເມື່ອທ້າຍເດືອນພະຈິກ 2019 ຜ່ານມາ.ເຊິ່ງງານຄັ້ງນີ້ມີເປົ້າໝາຍ ສົ່ງເສີມການພັດທະນາ ແລະ ປັບປຸງຕົວເມືອງເກົ່າ ນະຄອນໄກສອນ ພົມວິຫານ ໃຫ້ກາຍເປັນສະຖານທີ່ທ່ອງທ່ຽວທີ່ຈັບອົກຈັບໃຈຂອງຜູ້ມາທ່ຽວຊົມ, ສົ່ງເສີມລາວທ່ຽວລາວໃນໄລຍະການລະບາດຂອງໂຄວິດ-19 ໃຫ້ໄດ້ຮັບຜົນ. ປະກອບສ່ວນສ້າງວຽກເຮັດງານທຳໃຫ້ສັງຄົມ, ສາມາດດຶງດູດການລົງທຶນພາຍໃນ ແລະ ຕ່າງປະເທດເຂົ້າໃນການພັດທະນາການທ່ອງທ່ຽວ ແລະ ຂະແໜງການທີ່ຕິດພັນກັບການທ່ອງທ່ຽວ ເຊິ່ງຄາດຄະເນຈະມີຜູ້ເຂົ້າຮ່ວມຫລາຍກວ່າ 5.000 ຄົນ ໃນນີ້ມີນັກທ່ອງທ່ຽວພາຍໃນແຂວງປະມານ 3.500 ກວ່າຄົນ ແລະ ນັກທ່ອງທ່ຽວຕ່າງແຂວງ 1.500 ກວ່າຄົນ ເຊິ່ງງານດັ່ງກ່າວນີ້ຈະຈັດເປັນເວລາ 3 ວັນ ໃນຂອບເຂດຕົວເມືອງ ແລະ ເຮືອນເກົ່າສະໄໝຝຣັ່ງ ໃນນີ້ຈະມີງານວາງສະແດງຜະລິດຕະພັນ-ຈຳໜ່າຍຂອງທີ່ລະນຶກພາຍໃນ ແລະ ຕ່າງປະເທດ ແລະ ອາຫານພື້ນບ້ານທີ່ເປັນເອກະລັກຂອງສະຫວັນນະເຂດ ແລະ ຈະມີການແຂ່ງຂັນມິນີມາລາທອນ, ຊົມການສາຍຮູບເງົາ, ສະແດງສິລະປະວັນນະຄະດີທ້ອງຖິ່ນ, ສະແດງໂຊລົດໃນຍຸກເກົ່າ, ຂະບວນພາເລດແຟນຊີໄດໂນເສົາ, ກາຍະສິນ, ແຂ່ງເຮືອແຈັດສະກີ, ສະແດງການເຊີດສິງໂຕ ແລະ ການເລົ່າປະຫວັດໃນຫົວຂໍ້ “ຕາມຮອຍມູນເຊື້ອຂອງຄົນເມືອງສະຫວັນ” ໂດຍຈະໃຊ້ງົບປະມານຫລາຍກວ່າ 300 ລ້ານກີບ.