
ວັນທີ 14 ພະຈິກຜ່ານມາເພຈໜັງສືພິມລາວພັດທະນາໄດ້ລາຍງານຂ່າວເລື່ອງບັນຫາທ້າທາຍຄວາມປອດໄພ ໂຄງການລາງລົດໄຟລາວ-ຈີນໂດຍພົບບັນຫາເບື້ອງຕົ້ນວ່າ ມີບາງເຂດຖືກໂຈນລັກນັອດ, ປ່ອຍສັດລ້ຽງເຂົ້າເຂດທາງລົດໄຟ ແລະສ້າງທາງຕັດບໍ່ໄດ້ຮັບອະນຸຍາດ” ຈາກບັນຫາດັ່ງກ່າວ ຈຶ່ງເຮັດໃຫ້ຫຼາຍຄົນສົນໃຈວ່າ ບັນຫານີ້ຈະມີການປັບໃໝໃສ່ໂທດຕໍ່ຜູ້ກະທຳຄືແນວໃດ.ເຊິ່ງຄວາມຈິງແລ້ວມີໃນປະມວນກົດໝາຍອາຍາໃນ
ມາດຕາ156 ການກະທໍາທີ່ເປັນອັນຕະລາຍຕໍ່ຄວາມປອດໄພຂອງເຮືອ, ເຮືອບິນ, ກຳປັ່ນ, ລົດໄຟ, ລົດ, ສະໜາມບິນ, ທ່າກຳປັ່ນ, ສະຖານີລົດໄຟ ຫຼື ສະຖານີລົດ
ບຸກຄົນໃດຫາກມີການກະທໍາທີ່ເປັນການລະເມີດລະບຽບ ແລະ ເປັນອັນຕະລາຍຕໍ່ຄວາມປອດໄພຂອງເຮືອ, ເຮືອບິນ, ກຳປັ່ນ, ລົດໄຟ, ລົດ, ສະໜາມບິນ, ທ່າກຳປັ່ນ, ສະຖານີລົດໄຟ ຫຼື ສະຖານີລົດ
ຊື່ງໄດ້ສ້າງຄວາມເສຍຫາຍຫຼາຍ ຈະຖືກລົງໂທດຕັດອິດສະຫຼະພາບ ແຕ່ ຫ້າປີ ຫາ ສິບປີ ແລະ ຈະຖືກປັບໃໝ ແຕ່ 5.000.000 ກີບ ຫາ 20.000.000 ກີບ.
ໃນກໍລະນີທີ່ການກະທໍາຜິດນັ້ນ ຫາກໄດ້ສ້າງຄວາມເສຍຫາຍຢ່າງຫຼວງຫຼາຍຈະຖືກລົງໂທດ
ຕັດອິດສະຫຼະພາບແຕ່ ສິບປີ ຫາ ຊາວປີ ແລະ ຈະຖືກປັບໃໝແຕ່ 15.000.000 ກີບ ຫາ 50.000.000 ກີບ ຫຼື ຈະຖືກລົງໂທດຕັດອິດສະລະພາບຕະຫຼອດຊີວິດ ແລະ ຈະຖືກປັບໃໝແຕ່ 50.000.000 ກີບ ຫາ 150.000.000 ກີບ