
ທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງຈຳປາສັກ ກ່າວໃນໂອກາດການຢ້ຽມຢາມຂອງ ທ່ານ Ms Leow Siu Lin ເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ສິງກະໂປ ປະຈຳ ສປປ ລາວ ໃນວັນທີ 7 ທັນວາ 2020ນີ້ວ່າ: ສະແດງຄວາມຂອບໃຈ ຕໍ່ ສາຍພົວພັນການທູດ, ການຮ່ວມມື ແລະ ການຊ່ວຍເຫລືອ ຂອງລັດຖະບານສິງກະໂປ ຕໍ່ການສ້າງສາພັດທະນາ ປະເທດລາວ ເວົ້າລວມ, ເວົ້າສະເພາະ ຕໍ່ການພັດທະນາແຂວງຈຳປາສັກ, ເຊິ່ງໄລຍະຜ່ານມາ ສອງປະເທດ ໄດ້ມີການການຮ່ວມມື ແລະ ຊ່ວຍເຫລືອໃນຫລາຍດ້ານ, ໂດຍສະເພາະ ແຂວງຈຳ ປາສັກ ແມ່ນໄດ້ຮັບການຊ່ວຍເຫລືອໃນຫລາຍຂະແໜງການ ເຊັ່ນ: ຂະແໜງການສຶກສາ, ສາທາລະ ນະສຸກ ແລະ ຂະແໜງກະສິກຳ ເປັນຕົ້ນແມ່ນ ໂຄງການກໍ່ສ້າງໂຮງຮຽນ ມູນຄ່າ 96.000 ໂດລາສະ ຫະລັດ, ໂຄງການພັດທະນາພື້ນຖານໂຄງລ່າງ, ສະໜອງອຸປະກອນຮັບໃຊ້ ແລະ ພັດທະນາບຸຄະລາກອນໃນຂະແໜງສາທາລະນະສຸກ ໃຫ້ແກ່ໂຮງໝໍນ້ອຍ ຢູ່ ແຂວງຈຳປາສັກ ແມ່ນໄດ້ຮັບທຶນມູນຄ່າ 966.666 ໂດລາສະຫະລັດ ແລະ ອື່ນໆ.