
ໃນວັນທີ 26 ທັນວາ 2020 ນີ້ລັດຖະບານ ໄດ້ມອບພາຫະນະປະເພດລົດຈັດຈໍານວນ 6 ຄັນ, ມູນຄ່າ 108 ລ້ານກວ່າກີບ,ໃຫ້ແຂວງອັດຕະປື ເພື່ອນໍາໃຊ້ເຂົ້າໃນວຽກງານຄຸ້ມຄອງພົນລະເມືອງພາຍໃນແຂວງ ໂດຍສະເພາະວຽກງານຈົດຖະບຽນ ແລະ ສະຖິຕິພົນລະເມືອງ, ໂດຍແບ່ງດັ່ວນີ້: ຂະແໜງຄຸ້ມຄອງພົນລະເມືອງພະແນກພາຍໃນແຂວງອັດຕະປື ຈໍານວນ 1ຄັນ ແລະ ໜ່ວຍງານຄຸ້ມຄອງພົນລະເມືອງ 5 ຕົວເມືອງພາຍໃນແຂວງອີກ ເມືອງລະ 1 ຄັນ.
ນອກຈາກນີ້ແລ້ວລັດຖະບານຍັງມີງົບໃນການມອບພາຫະນະໃຫ້ທົ່ວປະເທດມີທັງໝົດຈຳນວນ 168 ຄັນ, ດ້ວຍທືນກູ້ຢືມຈາກທະນາຄານໂລກ ເພື່ອມອບໃຫ້ຂະແໜງຄຸ້ມຄອງພົນລະເມືອງຢູ່ແຂວງ ແລະເມືອງໃນທົ່ວປະເທດ.
ທີ່ມາ: MediaLao