
ອີງຕາມຂ່າວສູນຄວບຄຸມໂຄວິດ-19 ຂອງໄທໂພສວັນທີ 28 ທັນວາ2020 ນີ້ວ່າ: ຄະນະລັດຖະມົນຕີ ເຫັນດີໃຫ້ກະຊວງພາຍໃນ, ກະຊວງແຮງງານ ອອກມາດຕະການຜ່ອນຜັນໃຫ້ແຮງງານ 3 ຊາດຄື ມຽນມາ, ລາວ ແລະ ກຳປູເຈຍ ສືບຕໍ່ອາໄສຢູ່ໃນໄທໄດ້ ແລະສາມາດເຮັດວຽກໄດ້ຢ່າງຖືກຕ້ອງຕາມກົດໝາຍ.
ກໍລະນີພິເສດ ຫາກຍັງບໍ່ມີວຽກເຮັດງານທຳ ຫຼື ຍັງບໍ່ມີນາຍຈ້າງມາຈ້າງແມ່ນໃຫ້ກະຊວງດັ່ງກ່າວຈັດສັນຫາວຽກໃຫ້ໄດ້ພາຍໃນ 90 ວັນ, ໂດຍທຸກຄົນຕ້ອງລົງທະບຽນຜ່ານທາງອອນລາຍແຕ່ວັນທີ 25 ມັງກອນ-15 ກຸມພາ 2021 ພ້ອມທັງໃຫ້ຄວາມຮ່ວມມືໃນການກວດຫາເຊື້ອໂຄວິດ-19, ພະຍາດຕ້ອງຫ້າມອີກ 6 ຊະນິດ ແລະຕ້ອງເຮັດປະກັນສຸຂະພາບເປັນໄລຍະ 2 ປີໂດຍມີຄ່າໃຊ້ຈ່າຍ 7.200 ບາດ (ປະມານ 2.412.000 ກີບ) ເຊິ່ງທັງໝົດນີ້ມີກົດນົດໃຫ້ອາໄສຢູ່ໃນໄທເປັນເວລາ 2 ປີ ນັບແຕ່ 15ກຸມພາ 2021-15 ກຸມພາ 2023.
ທີ່ມາຂ່າວ: ศูนย์ข้อมูลCOVID-19