
ອີງຕາມຂ່າວໜັງສືພິມລາວພັດທະນາ ທີ່ອ້າງຈາກແຫຼ່ງຂ່າວຕ່າງປະເທດຈາກ Reuters ວັນທີ 5 ມັງກອນນີ້ໃຫ້ຮູ້ວ່າ ນາງ ພະຍາບານ Sonia AZevedo, ອາຍຸ 41 ປີເປັນຜູ້ຊ່ວຍ ຜ່າຕັດໃນໂຮງໝໍ Instituto Português de Oncologia (IPO) ຊຶ່ງເປັນໂຮງໝໍປົວມະເຮັງໂດຍສະເພາະ. ນາງ Sonia ແມ່ນໜຶ່ງໃນຈໍານວນ 538 ຄົນທີ່ ເຮັດວຽກຢູ່ໃນ IPO ໄດ້ຮັບສັກວັກຊີນຈາກ ບໍລິສັດPfizer/BioNTech ໃນວັນພຸດຂອງອາທິດທີ່ ຜ່ານມາ,
ໃນຄໍ່າຄືນຕ້ອນຮັບປີໃໝ່ເຂົາຍັງກິນເຂົ້າຮ່ວມກັບຄອບຄົວ ແຕ່ປາກົດວ່າຮຸ່ງເຊົ້າມື້ຕໍ່ມາ ເຂົາໄດ້ເສຍຊີວິດຢູ່ບົນຕຽງນອນຂອງເຂົາ, ພໍ່ຂອງເຂົາກ່າວວ່າ: ຂ້ອຍຢາກຮູ້ສາເຫດການຕາຍຂອງລຸກສາວ. ເຂົາເວົ້າວ່າ Sonia ເປັນຄົນດີ ແລະ ມັກມ່ວນ, ບໍ່ດື່ມເຫຼົ້າ, ເບຍ ຫຼື ຮັບປະທານ ອັນໃດເປັນພິເສດ ນອກຈາກເລື່ອງອາຫານທີ່ເຄີຍກິນເປັນປະຈໍາ.
Sonia ມີຄວາມພູມໃຈທີ່ໄດ້ເປັນໜຶ່ງໃນຈໍານວນທີ່ໄດ້ ຮັບການສັກວັກຊີນກ່ອນໝູ່, ເຂົາໄດ້ຖ່າຍຮູບສັກວັກຊີນ ລົງໃນເຟສບຸກສ່ວນຕົວ ແລະ ຂຽນອະທິບາຍວ່າ “ສັກວັກຊີນຕ້ານໂຄວິດ-19”.
ວັກຊີນຕ້ານໂຄວິດ ໂດຍບໍລິສັດ Pfizer/BioNTech ຜະລິດຂຶ້ນມາແມ່ນຊະນິດໜຶ່ງດຽວ ທີ່ໄດ້ຮັບການຮັບຮອງຈາກອົງການອະນາໄມໂລກ ເພື່ອນໍາໃຊ້ເຂົ້າໃນກໍລະນີສຸກເສີນ.
ຂະນະນີ້ PO ໄດ້ອອກແຈ້ງການຢືນຢັນການເສຍຊີວິດ ຂອງ Sonia ແລ້ວ ແລະ ໃຫ້ຮູ້ວ່າ ຈະແຈ້ງສາເຫດການ ເສຍຊີວິດຂອງເຂົາຕາມຄວາມເປັນຈິງ.