
ວັນທີ 7 ມັງກອນ 2020 ມີຜູ້ໃຊ້ເຟສບຸກທ່າໜໜຶ່ງໂພສ ກັບຄລິບຄົນຕ່າງຊາດຢືນຂວາງລົດຈັກ ທີ່ແລ່ນຂຶ້ນທາງຍ່າງ ເພື່ອທວງສິດທາງຍ່າງໃຫ້ຄົນຍ່າງໄດ້ໃຊ້ບໍ່ແມ່ນໃຫ້ລົດມາທຽວ
ເມື່ອເຫັນແບບນີ້ກໍເກີດຄຳຖາມກັບສັງຄົມວ່າ ເຮົາຈະປ່ອຍໃຫ້ເລື່ອງມັກງ່າຍ ເລື່ອງຜິດກົດຈະລາຈອນແບບນີ້ ທີ່ມີໃນສັງຄົມນັກຂັບຂີ່ລາວເກີດຕໍ່ໄປ ຍ້ອນມັກເວົ້າກັນວ່າໃຜໆກໍ
ເຮັດຫຼືບໍ່? ຫຼືເຮົາຈະພ້ອມໃຈກັນອອກມາທວງສິດ ແລະປະນາມຄົນທີ່ບໍ່ເຄົາລົບກົດລະບຽບແບບຕ່າງຊາດຄົນນີ້ເຮັດ?ລອງຄຶດຫຼິ້ນໆ ຖ້າຫາກນັກຂັບຂີ່ໂມໂຫແລ້ວທຳຮ້າຍ
ຕ່າງຊາດຄົນນີ້ ຄົນທີ່ຢູ່ອ້ອມແອ້ມນັ້ນຈະມີໃຜກ້າເຂົ້າໄປຊ່ອຍຫຼືບໍ່? ເພາະໃນຄລິບກໍບໍ່ເຫັນມີໃຜໄປຮຽກຮ້ອງ ຫຼື ເວົ້າຊ່ອຍໃຫ້ນັກຂັບຂີ່ຄົນນັ້ນ ລົງຈາກທາງຍ່າງເລີຍ? ແລ້ວທ່ານເດ໋ຈະເຮັດແນວໃດ?
ທີ່ມາ:ABC News