
ພຣະພຸດທະຮູບປາງນີິ້ມີຊື່ວ່າ:ປາງໄຊຊະນະມານ, ປາງສະດຸ້ງມານ, ປາງມານວິໄຊ.
ສ່ວນຝ່າຍມະຫາຍານເອີ້ນວ່າ: ພູມິສະປັດສະມຸທາ.
ແມ່ນພຣະພຸດທະຮູບປາງໜຶ່ງ, ຢູ່ໃນອິຣິຍະບົດນັ່ງຂັດສະມາທິ, ພຣະຫັດຊ້າຍຫງາຍວາງພຣະເພົາ(ຕັກ), ພຣະຫັດ(ມື) ຂວາວາງຂວໍ້າລົງທີ່ພຣະຊານຸ (ຫົວເຂົ່າ), ນິ້ວພຣະຫັດຊີ້ລົງທີ່ພື້ນທໍລະນີ(ດິນ) ໃນຄາວທີ່ພຣະອົງຊົງເອົາຊະນະມານໄດ້ທີ່ຮົ່ມກົກປາແປ້ງ, ເປັນປາງທີ່ຄົນລາວນິຍົມສ້າງຫຼາຍເປັນປະຫວັດສາດ.
ຂໍ້ມູນໂດຍ : ພຣະມະຫາ ດຣ ບຸນທະວີ ວິໄລຈັກຣ໌
ຮູບພາບໂດຍ : EFEO
ເກັບກໍາຂໍ້ມູນ ແລະ ນໍາສະເໜີໂດຍ : ລາວ Temple