
ໃນວັນທີ 9 ມັງກອນ 2021 ເວລາ 03:23 ເກີດອຸບັດເຫດ ລົດໃຫຍ່ເສຍຫຼັກຕຳຮົ້ວກັ້ນຢູ່ທາງດ່ວນ (ວຽງຈັນວັງວຽງ) ເຂດບ້ານບົວ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ.
ພົບຜູ້ບາດເຈັບ 2 ຄົນ ເພດຍິງ .
ອາການເບື້ອງຕົ້ນຂອງຜູ່ທີ 1ແມ່ນ : ມີບາດແຜຕາມໃບໜ້າກະທົບຫົວ ຜູ້ທີ 2 ແມ່ນ: ມີອາການມຶນເມົາບາດແຜຕາມຕົວໂຕດັ່ງນັ້ນ ຈຶ່ງປະຖົມພະຍາບານຂັ້ນເບື້ອງຕົ້ນແລ້ວນຳສົ່ງໂຮງໝໍ ມິດຕະພາບ150ຕຽງ ເພື້ອໄປປິ່ນປົວ.
ສ່ວນສະພາບລົດແມ່ນເພເສຍຫາຍໜັກ. ເຕືອນໄພທຸກຄົນທີ່ໃຊ້ທາງດ່ວນຈົ່ງມີສະຕິ.
ທີ່ມາ:ສະມາຄົມກູ້ໄພ1624