
ຂພຈ ຄຶດວ່າເລື່ອງລະດົມທຶນເປີດກອງປະຊຸມນັ້ນນີ້ ໝົດໄປແລ້ວໃນເມືອງລາວ? ແລະນາຍົກກໍມີຄໍາສັ່ງໄປແລ້ວໃນປີຜ່ານມາ ບໍ່ໃຫ້ພາກັນລະດົມທຶນມາເປີດງານນັ້ນນີ້ໃນກົງຈັກການປົກຄອງລັດ? (ຖ້າຈື່ບໍ່ຜິດ)😉
ໝາຍວ່າ ບໍ່ເປີດໂອກາດໃຫ້ບໍລິສັດໃດໆຍື່ນມືດ້ານການເງິນມາຊ່ວຍເຫຼືອເປີດງານໃດໜຶ່ງຂອງອົງການລັດ? (ແມ່ນບໍ?), ໂດຍສະເພາະລະດົມທຶນມາເປີດກອງປະຊຸມ…ເຫັນວ່າບໍ່ສົມຄວນບໍ?😉😳
ລັດຄວນຫຼີກລ່ຽງ ຫຼື ຫຼຸດຜ່ອນສາຍສໍາພັນ ແລະການພົວພັນພິເສດນັ້ນນີ້ກັບບໍລິສັດເອກະຊົນ! ເບິ່ງຮູບນອກ ເອກອ້າງ ແລະຊົງກຽດຜົນງານຂອງບໍລິສັດເຫຼົ່ານີ້ໃນສັງຄົມ, ແຕ່ຮູບໃນ ຮັບໃຊ້ຍຸດທະສາດໃດໜຶ່ງທີ່ເອົາລັດເອົາປຽບບໍລິສັດອື່ນໆທີ່ບໍ່ມີໂອກາດຍື່ນມືມາຊ່ວຍເປີດກອງປະຊຸມອົງການໃດໜື່ງຂອງ ລຖບ ໄດ້ຈັກເທື່ອ?😢ແລະສົ່ງຜົນກະທົບຕໍ່ທຸກໆວຽກງານແລະໂຄງການ ລຖບ ທີ່ບັນດາບໍລິສັດຈະເຂົ້າມາປະມູນ ຫຼືຮັບເໝົາ. ເຖີງວ່າລະບົບ “ຊີ້ນໄປ ປາມາ” ຢູ່ໃສກໍ່ຍັງມີຄ່າ ອົງການລັດກໍບ່ໍຕ້ອງຕໍ່ເວລາ ແລະຕໍ່ລາຄາກັບມັນ. ບໍ່ຈັ່ງຊັ້ນ, ຫຼາຍໆບໍລິສັດຈະມີຄວາມກົດດັນໃນການທໍາທຸລະກິດຂອງເຂົາເຈົ້າ ທີ່ຕ້ອງສະໜັບສະໜູນ, ເຊີດຊູ…ງານຕ່າງໆຂອງ ລຖບ, ທັງໆ ບັນດາບໍລິສັດເອກະຊົນກໍ່ມີພັນທະເສຍຊົດສ່ວຍແກ່ຊາດຕາມລະບຽບການແລະກົດໝາຍ ຢູ່ແລ້ວ.
ແຕ່ບໍລິສັດໃດໄດ້ຍື່ນປັດໄຈໃສສົດໃຫ້ຜູ້ຕ່າງໜ້າ ລຖບໄດ້, ໄດ້ນັ່ງແຖວໜ້າ. ນີ້ກໍ່ບັນຫາໜຶ່ງທີ່ອົງການຕໍ່ຕ້ານສໍ້ລາດບັງຫຼວງ International Transparency ຈັບມອງ.
ອີກຢ່າງ, ລຖບ ກໍຕ້ອງມີງົບພິເສດຢູ່ແລ້ວໃນການເປີດກອງປະຊຸມທຸກຄັ້ງ, ໂດຍສະເພາະກອງປະຊຸມໃຫຍ່ ແລະສໍາຄັນຂອງຊາດ. (ພາສີ ປຊຊ, ເງິນສະຕິ…) ຖ້າບໍ່ມີ, ກໍບໍ່ເປັນໄປໄດ້ຕິ ທີ່ຈະອາໄສເງິນຄໍາຫຼາຍໃບຈາກສາທາລະນະໃນການຍົກສູງບົດບາດການນໍາພາຂອງພັກໂດຍຜ່ານກອງປະຊຸມຂັ້ນຍິ່ງໃຫຍ່ນີ້? ເຊີ່ງເງິນກ້ອນນີ້ ອາດຈະມີຜົນດີໄປທາງອື່ນຫຼາຍຢ່າງໃຫ້ແກ່ຊາດ ຫຼືໃຫ້ແກ່ການພັດທະນາເຂດຊົນນະບົດບ້ານເຮົາ (ທາງ, ໂຮງຮຽນ, ໂຮງໝໍ)?
ຂໍ້ສະເໜີຂອງຜູ້ຂຽນ, ເພື່ອຮັກສາງົບຂອງຊາດ ແລະບໍ່ຟູມເຟືອຍກັບງົບຂອງ ລຖບ ຫຼືບໍ່ຮ້ອງຂໍໃຫ້ສັງຄົມຊ່ວຍເຫຼືອກອງປະຊຸມຂອງລັດທຸກໆຄັ້ງ ຄວນມີຫ້ອງປະຊຸມລວມໃຫ້ແຕ່ຂະແໜງ, ອົງການ…ຕາມຈໍານວນ ແລະປະລິມານແຂກເຂົ້າຮ່ວມ ຫຼື ຖືເອົາຫ້ອງປະຊຸມສະພາ ຫຼືຫໍວັດທະນາທໍາເປັນສະຖານທີ່ເປີດກອງປະຊຸມອົງການໃດໜຶ່ງຂອງ ລຖບ (ຄືໄລຍະຜ່ານມາ). ສາມສີ່ມື້ຜ່ານມາ ເຫັນອອກຂ່າວວ່າ ທ່ານຮອງນາຍົກຍັງໄປສໍາລວດກວດກາແລະວາງແຜນສ້າງຫ້ອງປະຊຸມໃຫ້ພັກຄັ້ງນີ້ຢູ່?😉😁😳. (ໝາຍວ່າ ຈະເປີດກອງປະຊຸມເທື່ອໃດ ຈຶ່ງຊອກຫາສະຖານທີ່ເປີດ ຫຼືກໍ່ສ້າງຫ້າງຫໍ່ສະຖານນີ້ຂຶ້ນ?😳) ແທນທີ່ຈະປະຢັດງົບແລະເປີດໃນຫໍປະຊຸມທີ່ມີແລ້ວ? ຂພຈ ບໍ່ທັນເຂົ້າໃຈ?😮
ນີ້ບໍ່ໃຫ້ຖືວ່າເປັນການວິຈານ! ເປັນການສ້າງສະຕິແລະຊອກຫາວິທີປະຢັດງົບເພີ່ມຊ່ວຍສັງຄົມ ແລະບໍລິສັດເອກະຊົນໃນລາວ. ຖ້າບໍລິສັດເອກະຊົນມີຄວາມສາມາດຊົດຊວ່ຍກອງປະຊຸມພັກຕັ້ງຕື້ໆກີບ ຂພຈ ເຊື່ອວ່າ ບໍລິສັດເຫຼົ່ານີ້ຍັງມີເງີນທຶນຮອນເຫຼືອໄວ້ ຊື້ເຄື່ອງໃຫ້ຊາວໄຮ່ນານຸ່ງຫົ່ມ, ສ້າງທາງໃຫ້ເຂົາຍ່າງ, ສ້າງໂຮງໃຫ້ເຂົາຮຽນ, ສ້າງຫ້ອງໃຫ້ເຂົາກວດ…ແລະສ້າງລະບົບນໍ້າປະປາໃຫ້ປະຊາຊົນເຂດຊົນລະບົດຊົມໃຊ້. ສິ່ງທີ່ກ່າວມາຂ້າງເທິງ, ໄລຍະຜ່ານມາ ເຫັນແຕ່ຊາວຕາ່ງປະເທດສະສົມທຶນຕົນເອງມາສ້າງໃຫ້ປະຊາຊົນເຮົາ…ນັກທຸລະກິດລາວ (ກົງກັນຂ້າມ) ພັດສະສົມທຶນມາຊວ່ຍເບື້ອງ ລຖບ?😉😢 ໂລກແຫ່ງຄວາມປີ້ນ!?😁
ທີ່ມາ: ສຸລັດ ທຸມມະວົງ