
ເຈົ້າໜ້າທີ ປກສ ເມືອງສັງທອງໄດ້ສົມທົບກັບໜ່ວຍງານສະເພາະກິດ ແລະ ພາກສ່ວນກ່ຽວຂ້ອງ ເຂັ້ມງວດໃນການກວດກາ ແລະ ຕິດຕາມຄວາມສະຫົງບຕາມຊາຍແດນລຽບແມ່ນ້ຳຂອງ, ຜ່ານການຈັດຕັ້ງປະຕິບັດ ໃນໄລຍະຕົ້ນເດືອນມັງກອນ ປີ 2021, ໄດ້ກວດກາພົບເຫັນແຮງງານລາວ ຈຳນວນ 13 ຄົນ, ຍິງ 8 ຄົນ, ທີ່ໄດ້ລັກລອບເຂົ້າຕາມເຂດຊາຍແດນແມ່ນ້ຳຂອງ ເມືອງສັງທອງ ນະຄອນຫຼວງວຽງຈັນ ແບບບໍ່ຖືກຕ້ອງຕາມລະບຽບກົດໝາຍ ຊຶ່ງພວກກຽວໄດ້ຂ້າມຕາມຈຸດເຂດບ້ານປາກຕອນ, ຄອງນໍ້າອ່າງນ້ອຍ, ບ້ານສຳພັນນາ, ບ້ານສະໄກ ແລະ ບ້ານດອນກາງຂອງ, ດັ່ງນັ້ນເຈົ້າໜ້າທີ່ ປກສ ເມືອງສັງທອງ ຈຶ່ງໄດ້ປະສານສົມທົບກັບພາກສ່ວນກຽວຂ້ອງລົງກວດກາພົບເຫັນ ແລະໄດ້ກັກຕົວວັດແທກອຸນຫະພູມ ເພື່ອເປັນການປ້ອງກັນສະກັດກັ້ນການແຜ່ລະບາດຂອງເຊື້ອພະຍາດ ອັກເສບປອດສາຍພັນໃໝ່ ( ໂຄວິດ 19) ແລ້ວນຳສົ່ງພວກກ່ຽວທັງໝົດໄປທີ່ສູນກັກກັນ ຫຼັກ 27 ເມືອງໄຊທານີ ນວ.
ທີ່ມາ:ປກສ ນວ