
ຜູ້ໃຊ້ເຟສບຸກຊື່ ສົມພົງ ເຊອາ ໄດ້ໂພສວ່າ: ຂ້າພະເຈົ້າ ທ້າວ ຄຳເມີນ ແລະ ນາງແອ່ ຍັນຕາບອງ ຜູ້ເປັນພໍ່ແມ່ແລະ ທ້າວ ສົມພົງ ຜູ້ເປັນລູກຊາຍແຈງການປະກາດເຖິງຍາດຕິພິນ້ອງເພື່ອນສະໜິດມິດສະຫາຍ ແລະ ໝູ່ເພື່ອນທີ່ຫຼິ້ນເຟສບຸກ.
ຂໍ້ປະກາດຕາມຫາລູກສາວ.ຊື່ ນາງ ນວນຈັນ ຍັນຕາບອງ ອາຍຸ 17 ປີ ເກີດທີ່ ບ້ານຫ້ວຍຊົວະ ເມືອງ ປາກທາ ແຂວງບໍ່ແກ້ວ.ເຂົ້າໂຮງຮຽນຢູ່ ມ ສ ປາກທາ ເມືອງປາກທາ ແຂວງບໍ່ແກ້ວ ຜູ້ກ່ຽວໄດ້ຫາຍຕົວໄປຕັ້ງແຕ່ວັນທີ 7.1.2021.ໃນເວລາ.4:6 ນາທີ.
ປັດຈຸບັນນີ້ທາງຄອບຄົວແລະພໍ່ແມ່ພີ່ນ້ອງໄດ້ຕາມຫາແລ້ວຍັງບໍ່ພົບເຫັນຜູ້ກຽວ.ຖ້າໝູ່ເພື່ອນຜູ້ໃດຫາກພົບເຫັນຜູ້ກ່ຽວກະລຸນາຕິດຕໍ່ຫາພໍ່ແມ່ ແລະພີ່ນ້ອງຂອງພວກຂ້າພະເຈົ້າດ້ວຍຕາມເບີນີ້ເລີຍ 0309090325, 02059977394 ຫວັງວ່າໝູ່ເພື່ອນທຸກຄົນໄດ້ອ່ານຂາວນີ້ແລ້ວຈະໃຫ້ຄວາມຮວມມືຂໍຂອບໃຈ